ທີມຊາດລາວ ຢູ 17 ປະກາດ 26 ລາຍຊື່ນັກເຕະ ໄປເກັບຕົວທີ່ປະເທດກາຕ້າ ກຽມລຸຍລາຍການໃຫຍ່

953

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການນໍາທີມຂອງ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ກ່ອນໜ້ານີ້ໄດ້ເອີ້ນນັກເຕະຈໍານວນ 35 ຄົນ ນັບແຕ່ວັນທີ 9 ພຶດສະພາ 2023 ຫຼ້າສຸດທ້າຍອາທິດທີ່ຜ່ານມາໄດ້ມີການປະກາດລາຍຊື່ 26 ຄົນ ເພື່ອໄປເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ໃນລະຫວ່າງວັນທີ 15 ພຶດສະພາ ຫາ 6 ມີຖຸນາ 2023 ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮອບສຸດທ້າຍທີ່ ປະເທດໄທ ຫຼ້າສຸດຕອນບ່າຍຂອງວັນທີ 15 ພຶດສະພາ 2023 ໄດ້ເດີນທາງໄປປະເທດກາຕ້າ

ໂດຍລາຍຊື່ 26 ນັກເຕະທີມຊາດລາວ ຢູ 17 ມີດັ່ງນີ້:
+ ຜູ້ຮັກສາປະຕູ
– ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ
– ສຸກສະໝອນ ເວທີຕະ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
– ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

+ ກອງຫຼັງ
– ອາລີຍາກອນ ຟອງສະຫວັນ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
– ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
– ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຫັດສະດົງ ຮອງຍາມຄໍາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ
– ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
– ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
– ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

+ ກອງກາງ
– ບິນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
– ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ສຸລີນ ທໍາມະສອນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
– ຄຳສິງ ນາລິນທອນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
– ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ປະເທດໄທ )
– ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ກາດໍາ ກອນເຍີ ຈາກ ແຂວງເຊກອງ

+ ກອງຫນ້າ
– ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
– ນາຄົມ ສຸລິຍະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີ
– ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
– ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ສໍາລັບ ການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ມີ 16 ທີມທີ່ຜ່ານເຂົ້າມາຮອບສຸດທ້າຍ ແບ່ງອອກເປັນ 4 ກຸ່ມຄື:
– ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
– ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
– ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ
– ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ