6 ປັດໄຈສູ່ຄວາມສໍາເລັດ

116

ຄົນເຮົາເກີດມາລ້ວນຕ້ອງການ “ ຄວາມສໍາເລັດ ” ເຊິ່ງແຕ່ລະຄົນຈະໃຫ້ນິຍາມ ແລະ ມີເປົ້າໝາຍນ້ອຍ – ໃຫຍ່ແຕກຕ່າງກັນໄປ ເຊິ່ງມື້ນີ້ຈະມາແນະນຳ 6 ປັດໄຈໄປສູ່ຄວາມສຳເລັດ ມີຫຍັງແດ່ໄປເບິ່ງພ້ອມກັນເລີຍ.

▶ ຂໍ້ທີ 1 ຕ້ອງຮູ້ຈັກທີ່ຈະສະແດງຄວາມຮັບຜິດຊອບຕໍ່ຊີວິດຂອງຕົນເອງ
ບໍ່ມີໃຜບອກໄດ້ວ່າ ເຈົ້າຈະຕ້ອງດໍາເນີນແບບໃດ, ບໍ່ມີໃຜບອກໄດ້ວ່າອັນໃດຈະເຮັດໃຫ້ເຈົ້າມີຄວາມສຸກ, ບໍ່ມີໃຜຈະມາເສຍເວລາກັບເຈົ້າ ແລະ ຊ່ວຍໃຫ້ຝັນຂອງເຈົ້າກາຍເປັນຈິງໄດ້.ເຖິງວ່າຈະມີກໍຕາມ ເຈົ້າຈະບໍ່ສາມາດທີ່ຈະພູມໃຈກັບຄວາມສໍາເລັດທີ່ບໍ່ໄດ້ເກີດຂຶ້ນຈາກຕົວເຈົ້າເອງໄດ້ຢູ່ດີ.
ສິ່ງທີ່ບົດຄວາມນີ້ຢາກບອກກໍຄື: “ ທຸກຢ່າງເລີ່ມຕົ້ນຈາກຕົວເຈົ້າເອງ ” ມີຂໍ້ຄິດທີ່ທໍາມະດາຂໍ້ຄິດໜຶ່ງ ແຕ່ສາມາດອະທິບາຍໄດ້ເຖິງທຸກສິ່ງທີ່ເຄີຍຮຽນຮູ້ມາເລີຍທີດຽວ “ ຈຸດເລີ່ມຕົ້ນຂອງ ຄວາມສໍາເລັດ ຄືການສະແດງອອກວ່າ ເຈົ້າຮູ້ຈັກຮັບຜິດຊອບຕົວເຈົ້າເອງແລ້ວ ” ຄໍານີ້ໝາຍ ຄວາມວ່າ ເຈົ້າຕ້ອງຍຸດທີ່ຈະກ່າວໂທດຜູ້ອື່ນໃນທຸກໆເລື່ອງທີ່ເກີດຂຶ້ນກັບຊີວິດຂອງເຈົ້າ ເພາະວ່າອັນໃດງ່າຍກວ່າກັນ ລະ ຫວ່າງຄວາມພະຍາຍາມທີ່ຈະປ່ຽນແປງຄົນທຸກຄົນໃນໂລກນີ້ໃຫ້ເຂົ້າກັບເຈົ້າ ຫຼື ປ່ຽນຕົວເຈົ້າຄົນດຽວໃຫ້ເຂົ້າກັບຄົນໃນໂລກນີ້ໄດ້.
ການສະແດງອອກວ່າ ເຈົ້າຮັບຜິດຊອບຕົວເຈົ້າເອງແລ້ວ ສາມາດເຮັດໄດ້ງ່າຍໆດ້ວຍການໝັ່ນຖາມຕົວເຈົ້າເອງທຸກໆວັນ ດ້ວຍ 3 ຂໍ້ຕໍ່ໄປນີ້:
1. ຂ້ອຍເຮັດຫຍັງພາດໄປ ມັນເຖິງໄດ້ເກີດສະຖານະການດັ່ງກ່າວຂຶ້ນ?.
2. ແລ້ວຂ້ອຍຄວນເຮັດແນວໃດ ເພື່ອໃຫ້ສະຖານະການດັ່ງກ່າວດີຂຶ້ນ?.
3. ແລ້ວມີຫຍັງໃນຕົວຂ້ອຍເອງທີ່ຂ້ອຍຄວນປັບປຸງ?.


▶ ຂໍ້ສອງ ຕ້ອງຮູ້ໃຫ້ໄດ້ວ່າ ຄໍາວ່າຄວາມສໍາເລັດມີຄວາມໝາຍຕໍ່ເຈົ້າແນວໃດ
ຄວາມສໍາເລັດຂອງຄົນສ່ວນໃຫຍ່ໝາຍເຖິງການຕື່ມເຕັມ ຄວາມປາຖະໜາຢ່າງແຮງກ້າພາຍໃນຈິດໃຈຂອງພວກເຂົາ ຢ່າຢ້ານກົວທີ່ຈະມີຄວາມຕ້ອງການ.
ຄວາມປາຖະໜາຢ່າງແຮງກ້າ, ຄວາມຝັນເຖິງສິ່ງນັ້ນ ແລະ ການເດີນຕາມຄວາມຝັນຂອງເຈົ້າໄປໃຫ້ເຖິງຝັ່ງ ເປັນສິ່ງທີ່ເຈົ້າຈໍາເປັນຕ້ອງໃຝ່ຝັນເຖິງ, ເປັນສິ່ງທີ່ມີຄວາມໝາຍຕໍ່ການມີຊີວິດຢູ່ ແລະ ຕໍ່ການເປັນມະນຸດຄົນໜຶ່ງ.

▶ ຂໍ້ສາມ ເມື່ອຕັດສິນໃຈແລ້ວກໍຕ້ອງລົງມືເຮັດ
ລົງມືເຮັດ ເຮັດຫຍັງກໍໄດ້ ຫຼື ເຮັດມັນທຸກຢ່າງເລີຍໃຫ້ລົງມືເຮັດຕັ້ງແຕ່ຕອນນີ້ທຸກໆບາດກ້າວ ໝາຍເຖິງເຈົ້າກ້າວເຂົ້າໃກ້ຄວາມປາຖະໜາໃນຊີວິດຂອງເຈົ້າຫຼາຍຂຶ້ນ, ຄົນສ່ວນຫຼາຍເມື່ອຄິດໄດ້ແລ້ວ ກັບບໍ່ປະຕິບັດຕາມທີ່ຄິດໄວ້ ເພາະພວກເຂົາຢ້ານທີ່ຈະເຮັດ ຖ້າຫາກເຈົ້າຕ້ອງການທີ່ຈະສົມປາຖະໜາຈິງໆ ເຈົ້າກໍຕ້ອງລົງມີເຮັດ ກໍາຈັດຄວາມຢ້ານກົວໃນຕົວເຈົ້າອອກໄປ.

▶ ຂໍ້ສີ່ ຍອມຮັບຄວາມຜິດພາດ – ຄວາມລົ້ມແຫຼວໃນຊີວິດ
ໃຫ້ເຈົ້າມີສະຕິທຸກບາດກ້າວທີ່ເດີນໄປ ເພາະກ້າວທໍາອິດສູ່ ຄວາມສໍາເລັດ ມັກຈະເປັນກ້າວທີ່ຜິດພາດສະເໝີ, ເຈົ້າອາດຈະຮູ້ສຶກເປັນທຸກໃນໃຈ ແລະ ເຫດການເຫຼົ່ານັ້ນອາດເກີດຂຶ້ນອີກນັບຄັ້ງບໍ່ຖ້ວນ ໂດຍທີ່ບໍ່ວ່າເຈົ້າຈະຄິດໃນທາງທີ່ດີປານໃດ ກໍບໍ່ມີຫຍັງລົບລ້າງຄວາມຜິດພາດຂອງເຈົ້າອອກໄປຈາກຈິດໃຈໄດ້ ເຊິ່ງຄວາມຜິດພາດ ຫຼື ທີ່ທຸກຄົນເອີ້ນວ່າຄວາມລົ້ມແຫຼວເປັນພຽງສ່ວນໜຶ່ງຂອງຄວາມສໍາເລັດທຸກຄົນທີ່ຈະປະສົບຄວາມສໍາເລັດ ເຄີຍເຮັດຜິດພາດມາແລ້ວທັງໝົດດັ່ງຄໍາກ່າວຂອງ ທ່ານ ໂທມັສ ເອດິສັນ ວ່າ: “ ຂ້ອຍບໍ່ເຄີຍລົ້ມແຫຼວໃນຊີວິດເລີຍ ຂ້ອຍພຽງແຕ່ຄົ້ນພົບຫຼາຍວິທີທີ່ມັນໃຊ້ການບໍ່ໄດ້ເທົ່ານັ້ນ ”.

▶ ຂໍ້ຫ້າ ເປັນນັກຮຽນທີ່ດີໃຫ້ຊີວິດສອນພວກເຮົາ
ເຈົ້າເຄີຍພົບຄົນທີ່ຄິດວ່າ ລາວເຮັດຖືກທຸກຢ່າງບໍ ບໍ່ວ່າຈະເຮັດອັນໃດລາວກໍບໍ່ສົນໃຈຄົນອື່ນ ເພາະລາວຄິດວ່າສິ່ງທີ່ລາວເຮັດນັ້ນຖືກຕ້ອງແລ້ວ ໃຫ້ລອງມາຄິດທົບທວນຕົວເຈົ້າເອງເບິ່ງ, ເຈົ້າຈື່ໄດ້ບໍ່ວ່າ ຄັ້ງສຸດທ້າຍທີ່ເຈົ້າຄິດວ່າເຈົ້າເປັນຄົນຜິດ ແລະ ຍອມຮັບມັນແຕ່ໂດຍດີນັ້ນເມື່ອໃດ.
ລອງທົບທວນໃຫ້ດີທຸກຄັ້ງທີ່ເກີດການຜິດຖຽງກັນ ຄວາມເຫັນບໍ່ລົງຕົວກັນກັບໃຜກໍຕາມ ກັບອັນໃດກໍຕາມ ເພາະບໍ່ວ່າເຈົ້າຈະອ່ານຫຍັງມາ ເຫັນຍັງມາ ມັນມີໂອກາດອີກ 50% ທີ່ເຈົ້າຈະເປັນຄົນຜິດ ຖ້າຫາກເປັນຄົນມີ ຄວາມເຫັນແກ່ຕົວສູງ, ມັນກໍຍິ່ງຍາກຂຶ້ນທີ່ເຈົ້າຈະເຫັນອອກວ່າ ເຈົ້ານັ້ນລະທີ່ເປັນຄົນຜິດ.


▶ ຂໍ້ຫົກ ມີຄວາມສຸກັບມັນ
ໃຊ້ເວລາໄລຍະສັ້ນໆຂອງທຸກໆວັນ ເບິ່ງອ້ອມຮອບຕົວເຈົ້າລອງຄິດວ່າ ຈົນເຖິງວັນນີ້ເຈົ້າເຮັດຫຍັງສໍາເລັດມາແລ້ວ, ຄິດເບິ່ງເຈົ້າເຄີຍເປັນແບບໃດ ແລະ ປັດຈຸບັນເຈົ້າເປັນແບບໃດ ເມື່ອຄິດຖີ່ຖ້ວນແລ້ວເຈົ້າມີຄວາມສຸກກັບສິ່ງເຫຼົ່ານັ້ນ ແລະ ຍິນດີດ້ວຍ ເຈົ້າໄດ້ປະສົບຄວາມສໍາເລັດໃນຊີວິດແລ້ວ.
ແນ່ນອນເຖິງແມ່ນວ່າເຈົ້າຈະບໍ່ເຄີຍໄປເຖິງເປົ້າໝາຍໃດໆເລີຍກໍຕາມ, ເຈົ້າຈະມີຊີວິດທີ່ມີ ຄວາມສຸກຫຼາຍກວ່າເສດຖີ ທີ່ບໍ່ເຄີຍມີເວລາວ່າງມານັ່ງຊື່ນຊົມ ຄວາມສຸກທີ່ລາວມີຢູ່ເລີຍ ເຊິ່ງ ຄວາມຈິງແລ້ວຄວາມສໍາເລັດບໍ່ໄດ້ຢູ່ທີ່ຜົນຮັບ ແຕ່ມັນຢູ່ໃນທຸກໆເຫດການທີ່ເກີດຂຶ້ນ ໃນທຸກໆຊົ່ວໂມງຂອງຊີວິດ ແລະ ໃນທຸກໆທີ່ທີ່ເຈົ້າຮູ້ສຶກວ່າມີຄວາມສຸກັບມັນ.