ຕົ້ມເຂົ້າປຽກເສັ້ນໃສ່ໄກ່ລາດ ແລະ ເລືອດ

55

ເຂົ້າປຽກເສັ້ນນ້ອຍ ຕົ້ມໃສ່ໄກ່ລາດ ໂຮຍດ້ວຍຈຽວຫົວຜັກທຽມ ແລະ ຫົວຜັກບົ່ວຫອມໆ ສົດນໍ້າຮ້ອນໆຟິນຄັກ. ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດເຂົ້າປຽກ ໂດຍທີ່ຕົ້ມໄກ່ລາດເປັນນໍ້າຊຸບ ພ້ອມກັບຕ່ອນເລືອດນຸ້ມໆ.
▶ວັດຖຸດິບ: ເສັ້ນເຂົ້າປຽກ, ໄກ່ລາດ ( ຄົວໃຫ້ສະອາດ ), ຂີງ, ຫົວຜັກບົ່ວ, ຟ້າໄທນໍ້າຊຸບ ແລະ ນໍ້າສະອາດ.

ເຄື່ອງປຸງ: ຈຽວຫົວຜັກບົ່ວ ຫຼື ຈຽວຫົວຜັກທຽມກໍໄດ້ ແລ້ວແຕ່ມັກ, ຫອມປ້ອມ, ຫອມບົ່ວ, ໝາກເຜັດຈຽວ, ນໍ້າປາ, ໝາກນາວ, ນໍ້າຕານ, ພິກໄທດຳ, ໝາກນາວ.
▶ວິທີເຮັດ: ຄ້າງໝໍ້ຕົ້ມນໍ້າຈາກນັ້ນກໍນຳຟ້າໄທລົງໄປ ພ້ອມໃຫ້ທຸບຫົວຜັກບົ່ວ, ເກືອ, ແປ້ງນົວ ແລະ ຂີງ ຕົ້ມໃຫ້ນໍ້າຟົດແລ້ວນຳໄກ່ລົງໄປຕົ້ມໃຫ້ສຸກດີ, ຈາກນັ້ນກໍນຳຂຶ້ນໄປຕັດເປັນຕ່ອນ;

ພ້ອມຕົ້ມເລືອດໝູໃຫ້ສຸກແລ້ວຕັກໃສ່ຖ້ວຍໄວ້, ຊອຍຫອມປ້ອມ ແລະ ຫອມບົ່ວໄວ້; ຈາກນັ້ນກໍລ້າງເສັ້ນເຂົ້າປຽກ ແລ້ວນຳໄປຕົ້ມແລ້ວລົງນໍ້າຊຸບໃຫ້ສຸກແລ້ວຕັກໃສ່ຖ້ວຍແລ້ວເອົາເລືອດ ແລະ ໄກ່ທີ່ຕັດໄວ້ມາວາງໃສ່ຖ້ວຍເຂົ້າປຽກ ພ້ອມປຸງດ້ວຍຫອມຈຽວ, ຈາກນັ້ນກໍຕາມດ້ວຍເຄື່ອງປຸງທີ່ກຽມໄວ້ຕາມລົດຊາດທີ່ມັກ ເທົ່ານີ້ກໍຈະໄດ້ກິນຕົ້ມເຂົ້າປຽກເສັ້ນໄກ່ລາດ ໃສ່ເລືອດໝູກິນທັງຄອບຄົວແລ້ວ.
[ ໂດຍ: ນົກແຕນແວນ ]