ຫຼຽນຄໍາທີ 4 ຂອງ ທັບນັກກີລາລາວ ໄດ້ຈາກກະຕໍ້ຊິນລອນ ໃນຊີເກມ 2023

652

ມາຮອດວັນທີ 8 ພຶດສະພາ 2023 ທັບນັກກີລາລາວ ກວາດມາແລ້ວ 4 ຫຼຽນຄໍາ ຫຼັງຫຼ້າສຸດໄດ້ເພີ່ມ 1 ຫຼຽນຄໍາຈາກ ຈາກກີລາກະຕໍ້ຊິນລອນ ປະເພດທີມຊາຍ ອີເວັນ 3 (Men’s Chinlone Linking) ເກັບໄປເຖິງ 419 ຄະແນນ ເອົາຊະນະທີ 2 ມຽນມາ ທີ່ໄດ້ 407 ຄະແນນ.

ເຊິ່ງຫຼຽນຄໍາດັ່ງກ່າວເປັນຫຼຽນຄໍາທີ 4 ຕໍ່ຈາກ ກີລາ ກຸນ ບົກກະຕໍ (Kun Bokator) ໂດຍຫຼຽນຄໍາໄດ້ຈາກ ທ້າວ ກອງເງິນ ອິນທິສານ ປະເພດຟ້ອນດ່ຽວຊາຍ, ທ້າວ ພຸດທະລາ ແກ້ວກັນນິກາ ນັກກີລາເປຕັງທີມຊາດລາວ ຄວ້າຫຼຽນຄຳທີ 2 ໃຫ້ທັບນັກກີລາລາວ ແລະ ຫຼຽນຄຳທີ 3 ຂອງທັບນັກກິລາລາວ ໃນຊີເກມ ຄັ້ງທີ 32 ກໍໄດ້ມາຮຽບຮ້ອຍ ຈາກກີລາໂວວີນາມ ປະເພດຟ້ອນປະກອບອາວຸດດາບ ຄູ່ຊາຍ: ທ້າວ ພຸດທະສິນ ປ່ຽງປັນຍາ ແລະ ທ້າວ ຈັນທະລັງສີ ຈັນທະສີດາ ໄດ້ 450 ຄະແນນ

ມາຮອດເວລາ 18:30 ໂມງ ຂອງວັນທີ 8 ພຶດສະພາ 2023 ທາງເວັບໄຊທ໌ທາງການຂອງ ຊີເກມ ຄັ້ງທີ 32 ໄດ້ມີການອັບເດດຕາຕະລາງຄະແນນສະຫຼຸບຫຼຽນປາກົດວ່າ: ສປປ ລາວ ກວາດມາໄດ້ແລ້ວ 4 ຫຼຽນຄໍາ, 6 ຫຼຽນເງິນ ແລະ 25 ຫຼຽນທອງຈັດຢູ່ອັນດັບທີ 9 ຂອງຕາຕະລາງ.
ຂ່າວຈາກ: Larh Creators