ລາວ ປົດລ໋ອກຄວ້າ 1 ຫຼຽນຄໍາ ແລະ 3 ຫຼຽນທອງຈາກກີລາ ກຸນ ບົກກະຕໍ ໃນຊີເກມ

124

ເມື່ອວັນທີ 4 ພຶດສະພາ 2023 ສປປ ລາວ ສາມາດປົດລ໋ອກຄວ້າ 1 ຫຼຽນຄໍາ ແລະ 3 ຫຼຽນທອງຈາກກີລາ ກຸນ ບົກກະຕໍ (Kun Bokator) ກ່ອນມື້ເປີດການແຂ່ງຂັນຢ່າງເປັນທາງການ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ກໍຄື:

+ ຫຼຽນຄໍາໄດ້ຈາກ ທ້າວ ກອງເງິນ ອິນທິສານ ປະເພດຟ້ອນດ່ຽວຊາຍ ເອົາຊະນະ ນັກກີລາຈາກເຈົ້າພາບ 7,83 ຕໍ່ 7,82 ຄະແນນ ຄວ້າຫຼຽນຄຳທຳອິດໃຫ້ກັບທັບນັກກີລາລາວ ໃນຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ

+3 ຫຼຽນທອງໄດ້ຈາກ:
-ນາງ ສົມຫວັງ ຄວ້າຫຼຽນທອງ ປະເພດຟ້ອນດ່ຽວມືເປົ່າຍິງ

-ນະລົງກອນ ສຸດທິວັນນາ ຄວ້າຫຼຽນທອງ ປະເພດຟ້ອນດ່ຽວມືເປົ່າ

-ອານຸສອນ ສຸວັນນະລາດ ຄວ້າຫຼຽນທອງ ປະເພດຟ້ອນດ່ຽວມີອາວຸດ.