ທີມຊາດລາວ ຕ້ານຄວາມແຂງແກ່ນຂອງ ມາເລເຊຍ ບໍ່ໄຫວເສຍນັດທີ 2 ບານເຕະຊາຍ ໃນຊີເກມ

213

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີເສຍໃຫ້ກັບ ມາເລເຊຍ ໄປຂາດລອຍ 1-5 ໃນນັດທີ 2 ການແຂ່ງຂັນບານເຕະປະຈໍາງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນແລງມືນີ້ວັນທີ 3 ພຶດສະພາ 2023 ທີ່ສະໜາມ Prince Stadium ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ.

ປາກົດວ່າ: ເຄິ່ງເວລາທໍາອິດ ທີມຊາດລາວ ສູ້ໄດ້ດີຖືກນໍາໄປກ່ອນ 1-0 ກ່ອນທີ່ຈະຕີສະເໝີໄດ້ 1-1 ກ່ອນຖືກມາເລເຊຍ ແຊງຂຶ້ນນໍາອີກຄັ້ງ 2-1 ກ່ອນຈົບເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ມາເລເຊຍ ຫຼິ້ນໄດ້ຢ່າງໂດດເດັ່ນ ແລະ ຈະຍິງລົ້ວໄປ 3 ປະຕູລວດເອົາຊະນະ ທີມຊາດລາວ ໄປຂາດລອຍ 5-1.

ສໍາລັບ ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium ໂດຍຕາຕະລາງແຂ່ງຂັນຂອງ ທີມຊາດລາວ ນັດຕໍ່ໄປມີດັ່ງນີ້:
– ວັນທີ 06/05/2023 ເວລາ 19:00 ໂມງ ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ໂມງ ລາວ ພົບ ໄທ
ຂ່າວ: Larh Creators; ຮູບຈາກ: ສຕລ