ພິທັກ ພາທີມຄວ້າແຊ້ມໄທລີກ 2, ສຸກອາພອນ ພາທີມຄວ້າຮອງແຊັມ ພ້ອມເລື່ອນຊັ້ນສູ່ໄທລີກ 1

520

ຊົມເຊີຍຜົນງານຂອງ 2 ນັກເຕະລາວກໍຄື ພິທັກ ກອງມະທິລາດ ແລະ ສຸກອາພອນ ວົງຈຽງຄໍາ ທີ່ໄປຫຼິ້ນໃນລີກປະເທດໄທ ໃນໄທລີກ 2 ລະດູການນີ້ປະສົບຜົນສໍາເລັດ ພາທີມຄວ້າແຊ້ມ ແລະ ຮອງແຊ້ມ ຕາມລໍາດັບ ພ້ອມພາທີມເລື່ອນຊັ້ນສູ່ໄທລີກ 1 ໃນລະດູການໜ້າ 2023-2024.

ເມື່ອທ້າຍອາທິດທີ່ຜ່ານມາ ພິທັກ ກອງມະທິລາດ ກອງໜ້າທີມຊາດລາວ ເປັນສ່ວນໜຶ່ງພາ ນະຄອນປະຖົມ ຢູໄນເຕັດ ເກັບໄຊຊະນະນັດສໍາຄັນດ້ວຍການເອີດບ້ານເອົາຊະນະ ສະມຸດປຣາການ ຊິຕີ້ 2-0 ເຮັດໃຫ້ຄວ້າແຊັມໄທລີກ 2 ລະດູການ 2023 ໄປຄອງ

ເຊິ່ງບັງເອີ້ນມີຄະແນນເທົ່າກັບ ທີມຂອງ ສຸກອາພອນ ນັກເຕະລາວອີກຄົນໜຶ່ງທີ່ຢູ່ກັບ ຕຣາດ ເອັຟຊີ ທີ່ເປີດບ້ານເອົາຊະນະ ຣະຢອງ ເອັຟຊີ 2-1 ເຮັດໃຫ້ທັງສອງທີມຈົບທີ 60 ຄະແນນເທົ່າກັນ ແຕ່ທີມຂອງ ພິທັກ ກໍຄືນະຄອນປະຖົມ ຢູໄນເຕັດ ມີເຮດທູເຮດດີກວ່າຄວ້າແຊັມໄປຄອງ.
ຂ່າວ: Larh Creators; ຮູບຈາກ: ພິທັກ ກອງມະທິລາດ