ລາວ ກໍານົດສົ່ງ 31 ກີລາຮ່ວມ ຊີເກມ ຄັ້ງທີ 32 ພ້ອມຕັ້ງເປົ້າຍາດຫຼຽນບໍ່ຫຼຸດ 5 ຫຼຽນຄໍາ

271

ທັບນັກກີລາລາວ ກໍານົດສົ່ງ 31 ປະເພດກີລາ ເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບລະຫວ່າງວັນທີ 5-17 ພຶດສະພາ 2023 ພ້ອມຕັ້ງເປົ້າຍາດຫຼຽນບໍ່ຫຼຸດ 5 ຫຼຽນຄໍາ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ໄດ້ກ່າວລາຍງານໃນກອງປະຊຸມສະຫຼຸບຜົນງານ ແລະ ລາຍງາຍຄວາມພ້ອມໃນການເຂົ້າຮ່ວມຊີເກມ ຄັ້ງທີ 32 ໃນທ້າຍອາທິດທີ່ຜ່ານມາວ່າ: ການກຽມພ້ອມເຂົ້າຮ່ວມ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນລະຫວ່າງວັນ 5-17 ພຶດສະພາ 2023 ໂດຍເຈົ້າພາບກໍານົດເອົາ 46 ປະເພດກີລາ ສະເພາະ ສປປ ລາວ ກໍານົດສົ່ງເຂົ້າຮ່ວມທັງໝົດ 31 ປະເພດກີລາ ເຊິ່ງຄາດຄະນະຈໍານວນຄະນະນໍາ, ຄູຝຶກ ແລະ ນັກກີລາ 576 ( ຍິງ 131 ຄົນ ) ເຂົ້າຮ່ວມ ຄາດຄະເນຈະໄດ້ຫຼຽນຄໍາ ບໍ່ຫຼຸດ 5 ຫຼຽນຄໍາ.

ທ່ານ ກ່າວອີກວ່າ: ໃນຈໍານວນ 31 ປະເພດກີລາ ໄດ້ແບ່ງໜ້າທີ່ຮັບຜິດຊອບດັ່ງນີ້:
-ປະເພດກີລາທີ່ໄດ້ນໍາໃຊ້ງົບປະມານຂອງລັດຮອບດ້ານຍ 21 ປະເພດກີລາຄື: ໂວວີນາມ, ເປຕັງ, ຢູໂດ, ກະຕໍ້, ຄິກບ໊ອກຊິງ, ວູຊູ, ກຸນຂະແມ, ລົດຖີບ, ບິລຽດ-ສະນຸກເກີ, ກາຣາເຕໂດ, ມວຍປໍ້າ, ປັນຈັກສີລັດ, ເທຄວັນໂດ, ມວຍສາກົນ, ເທັນນິສ, ແລ່ນ-ລານ, ລອຍນໍ້າ, ມວຍກຸນບົກກະຕໍ, ຍົກນໍ້າໜັກ, ໝາກເສິກ ແລະ ກະຕໍ້ຊິນລອນ.

-ປະເພດທີ່ສະຫະພັນກຸ່ມຕົວເອງຮອບດ້ານ 10 ປະເພດກີລາຄື: ບານເຕະ, ກ໊ອຟ, ດອກປີກໄກ່, ຊ໊ອຟເທັນນິສ, ປິ່ງປ່ອງ, ບານບ້ວງ, ອີ-ສະປອດ, ຟັນດາບ, ບານສົ່ງຫາດຊາຍ ແລະ ລາຂ້າມສິ່ງກີດຂວາງ.
ຂ່າວ-ຮູບ: Larh Creators