ໄປຕາມນັດ ແມນຊິຕີ້ ເຂ່ຍ ບາເຢິນ ຕົກຮອບເຂົ້າຮອບ 4 ທີມພົບ ແຊັມເກົ່າ ຢູຟາ ແຊັມປ້ຽນລີກ

42

ແມນເຊັສເຕີ ຊິຕີ້ ລົງສະໜາມນັດທີ 2 ຮອບ 8 ທີມສຸດທ້າຍດ້ວຍການບຸກໄປສະເໝີກັບ ບາເຢິນ ມິວນິກ 1-1 ເມື່ອວັນທີ 19 ເມສາ 2023 ເຮັດໃຫ້ລວມຜົນ 2 ນັດ ແມນເຊັສເຕີ ຊິຕີ້ ຊະນະ 4-1 ຜ່ານເຂົ້າຮອບຮອບຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍໄປພົບກັບ ແຊັມເກົ່າ ຣີລ ມາດຣິດ ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ລະດູການ 2022-2023.

ສໍາລັບ ຕາຕະລາງແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບ 4 ທີມສຸດທ້າຍມີຄື:
+ນັດທໍາອິດແຂ່ງຂັນວັນທີ 9 ພຶດສະພາ 2023 ເວລາ 2:00 ໂມງພ້ອມກັນທັງ 2 ຄູ່ຄື:
-ຣີລ ມາດຣິດ ພົບກັບ ແມນເຊັສເຕີ ຊິຕີ້
-ເອຊີ ມິລານ ພົບກັບ ອິນເຕີ ມິລານ

+ນັດທີ 2 ແຂ່ງຂັນວັນທີ 16 ພຶດສະພາ 2023 ເວລາ 2:00 ໂມງພ້ອມກັນທັງ 2 ຄູ່ຄື:
-ແມນເຊັສເຕີ ຊິຕີ້ ພົບ ຣີລ ມາດຣິດ
-ອິນເຕີ ມິລານ ພົບ ເອຊີ ມິລານ
ໂດຍ: Larh Creators