ອ່ອມຫອຍຈູບ ໃສ່ ເຂົ້າເບືອ

147

ຫອຍຈູບ ເປັນຫອຍໜ່ວຍນ້ອຍ ແຕ່ແຊບ ຄົນລາວເຮົານິຍົມເອົາມາຕົ້ມ ຈໍ້າແຈ່ວສົ້ມ, ເອາະ ຫຼື ອ່ອມ, ຂົ້ວ, ມື້ນີ້ພວກເຮົາໄດ້ນຳເອົາວິທີເຮັດອ່ອມຫອຍມາແນະນຳ.
ວັດຖຸດິບ: ຫອຍຈູບ ຂັງໄວ້ 1 ຄືນໃຫ້ຄາຍດິນ ຈາກນັ້ນມາລ້າງສະອາດ ຕ່ອຍກົ້ນມັນ, ຫົວສີໃຄ, ໝາກເຜັດແຫ້ງ, ຫົວຫອມບົ່ວ ແລະ ຫົວຜັກທຽມ, ຜັກຫອມບົ່ວ ຫຼື ຈະໃສ່ຜັກນາງເລີດລົດຊາດກໍແຊບໄປອີກແບບ, ເກືອ, ແປ້ງນົວ, ນໍ້າປາ, ນໍ້າສະອາດ, ເຂົ້າເບືອຕຳລະອຽດ, ນໍ້າມັນພືດ (ລ້າງຜັກທຸກຢ່າງ ແລະ ຊອຍໄວ້).

ວິທີເຮັດ: ຕຳຫົວສີໃຄ, ໝາກເຜັດແຫ້ງ, ຫົວຫອມບົ່ວ ແລະ ຫົວຜັກທຽມ ໃຫ້ມຸ່ນລະອຽດ ຈາກນັ້ນຄ້າງໝໍ້ຂາງຂຶ້ນເຮັດໄຟກາງ ເທນໍ້າມັນພືດລົງແລ້ວຕັກເຄື່ອງທີ່ຕຳລົງໄປຄົນ 3-4 ບາດໃຫ້ຫອມແລ້ວເອົາຫອຍມາເທລົງ ຄົນໃຫ້ເຂົ້າກັນໜ້ອຍໜຶ່ງແລ້ວກໍເຕີມນໍ້າລົງເລັກໜ້ອຍ ເພາະຫອຍສຸກໄວ ແລະ ນໍ້າໃນຫອຍຈະອອກມາອີກ.

ຈາກນັ້ນກໍປະໃຫ້ໝໍ້ຟົດກໍຄົນແລ້ວກໍ ເອົາເຂົ້າເບືອລົງໄປ ຄົນໃຫ້ເຂົ້າເບືອສຸກ (ຫອຍສຸກຝາຈະຫຼຸດອອກ) ກໍປຸງລົດຊາດຕາມໃຈມັກ ຊີມພໍດີແລ້ວກໍໃສ່ຫອມ ຫຼື ຈະໃສ່ຜັກນາງເລີດລົງໄປຄົນໃຫ້ຫອມສຸກແລ້ວກໍ່ປິດໄຟ ສາມາດຕັກໃສ່ຈານພ້ອມເສີບ.
[ໂດຍ: ນົກແຕນແວນ]