ດີໃຈນຳຊາວອັດຕະປື ປີນີ້ທຸກຄົນປອດໄພຈາກອຸບັດຕິເຫດ

45

ປີໃໝ່ໝູນວຽນມາເທື່ອໃດ ສິ່ງໜຶ່ງທີ່ທຸກຄົນເປັນຫ່ວງກໍ່ຄືການເກີດອຸບັດຕິເຫດ ເຊິ່ງເປັນເລື່ອງທີ່ບໍ່ເພິ່ງປາຖະໜາທີ່ສຸດ ແຕ່ກໍ່ປະຕິເສດບໍ່ໄດ້ກໍ່ຍ້ອນ “ອຸບັດຕິເຫດ” ເປັນສິ່ງທີ່ຄາດບໍ່ເຖິງໃນແຕ່ລະວັນ ແຕ່ກໍ່ດີໃຈແທນຊາວແຂວງອັດຕະປືທີ່ປີນີ້ ປະຊາຊົນລາວພາຍໃນແຂວງທຸກຄົນຫຼິ້ນປີໃໝ່ຢ່າງປອດໄພ ບໍ່ມີການສູນເສຍຊີວິດ ອັນເກີດຈາກອຸບັດຕິເຫດ.

May be an image of 4 people

ຮອ ສົມໃຈ ນາມປະກາສິດ ຫົວໜ້າກອງສືບສວນ-ສອບສວນ ຄະດີອຸປະຕິເຫດ ປກສ ແຂວງອັດຕະປື ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໃນໄລຍະການສະຫຼອງປີໃໝ່ລາວ ແຕ່ວັນທີ 12-16 ເມສາ 2023 ທົ່ວແຂວງອັດຕະປື ມີອຸບັດຕິເຫດເກີດຂຶ້ນທັງໝົດ 19 ເລື່ອງ,ໃນນີ້ ຢູ່ເມືອງສາມັກຄີໄຊ 9 ເລື່ອງ, ເມືອງໄຊເສດຖາ 6 ເລື່ອງ, ເມືອງພູວົງ, ເມືອງ ສະໜາມໄຊ ເມືອງລະ 2 ເລື່ອງ ແລະ ສ່ວນເມືອງຊານໄຊ ແມ່ນບໍ່ມີອຸບັດຕິເຫດເກີດຂື້ນ.

May be an image of 1 person
ອຸບັດຕິເຫດທີ່ເກີດຂຶ້ນ ມີພາຫະນະເປ່ເພ 25 ຄັນ, ເປ່ເພສົມຄວນ 6 ຄັນ, ມີຄົນຮັບບາດເຈັບເລັກນ້ອຍ 25 ຄົນ, ບາດເຈັບສົມຄວນ 8 ຄົນ, ບາດເຈັບສາຫັດ 1 ຄົນ ແລະ ບໍ່ມີຜູ້ເສຍຊິວິດ; ພາຫະນະເກີດອຸບັດຕິເຫດຮ່ວມກັນມີລົດຈັກຕໍາກັບລົດຈັກ 5ເ ລື່ອງ, ລົດຈັກຕໍາຄົນຍ່າງ 1 ເລື່ອງ, ລົດຈັກຕໍາລົດໃຫ່ຍ 5 ເລື່ອງ, ລົດຈັກລົ້ມເອງ 4 ເລື່ອງ,ລົດໃຫ່ຍຕໍາລົດຕ໋ອກໆ 1 ເລື່ອງ, ລົດຕ໋ອກໆ ປີ້ນເອງ 1 ເລື່ອງ ແລະ ລົດຈັກຕົກຂົວ 1 ເລື່ອງ.

May be an image of 1 person, car and road

ສ່ວນສາເຫດຂອງການເກີດອຸບັດຕິເຫດ ແມ່ນຍ້ອນຜູ້ຂັບຂີ່ດື່ມສີ່ງມຶນເມົາ, ແລ່ນລົດໄວເກີນກຳນົດ, ສະພາບເຕັກນິກຂອງລົດບໍ່ຮັບປະກັນຄວາມປອດໄພ ແລະ ບັນຫາອື່ນໆ .

May be an image of tractor
ອຸບັດຕິເຫດທີ່ເກີດຂື້ນໃນປີນີ້ ຖ້າທຽບໃສ່ປີຜ່ານມາ ແມ່ນເພີ່ມຂື້ນ 8 ລາຍ, ແຕ່ທຽບໃສ່ການສູນເສຍກັບປີຜ່ານມາແມ່ນຫຼຸດລົງ.
ຂ່າວ: ວັດທະນາ