ສອງເດືອນແຂວງບໍ່ແກ້ວ ມີຜູ້ເສຍຊິວິດຈາກອຸບັດຕິເຫດເຖິງ 13 ຄົນ

63

ອຸບັດຕິເຫດຕາມທ້ອງຖະໜົນ ເປັນສິ່ງທີ່ທຸກຄົນພະຍາຍາມຫຼີກລ່ຽງ ແລະບໍ່ຢາກໃຫ້ເກີດ ແຕ່ຫຼາຍເທື່ອເຫດສຸດວິໄສກໍ່ເກີດຈົນໄດ້ ແລະຫຼາຍກໍລະນີກໍ່ພາກເອົາຊີວິດຂອງສະມາຊິກໃນຄອບຄົວໄປຢ່າງບໍ່ທັນໄດ້ຄອບລາ ສະເພາະແຂວງບໍ່ແກ້ວ ຕາມຂ່າວໃນ 2 ເດືອນຜ່ານມາມີເຖິງ 13 ຊີວິດຕ້ອງຈາກໄປລະຫວ່າງຂັບລົດຕາມທ້ອງຖະໜົນ.

No description available.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ຕໍາຫຼວດຈາລະຈອນແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາ ຫາ ເດືອນພຶດສະພາ 2023 ນີ້ ພຽງແຕ່ສອງເດືອນເຕັມ ໄດ້ມີອຸປະຕິເຫດເກີດຂຶ້ນຢູ່ຕາມທ້ອງຖະໜົນຫຼວງທົ່ວແຂວງບໍ່ແກ້ວ 37 ເລື່ອງ, ມີຜູ້ເສຍຊິວິດ 13 ຄົນ, ຍິງ 01 ຄົນ, ໃນນີ້ມີຄົນໄດ້ຮັບບາດເຈັບສາຫັດ 3 ຄົນ, ເຈັບສົມຄວນ 29 ຄົນ, ເຈັບເລັກນ້ອຍ 30 ຄົນ, ມີພາຫານະເປ່ເພໃຊ້ການບໍ່ໄດ້ 4 ຄັນ, ເປ່ເພສົມຄວນ 47 ຄັນ, ເປ່ເພເລັກນ້ອຍ 12 ຄັນ.

No description available.
ພ້ອມນັ້ນເຈົ້າໜ້າທີ່ຕໍາຫຼວດຈາລະຈອນແຂວງຍັງກ່າວອີກວ່າ: ສາເຫດທີ່ພາໃຫ້ເກີດອຸປະຕິເຫດສ່ວນຫຼາຍຍ້ອນນັກຂັບຂີ່ດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວ, ປະມາດຂາດສະຕິ, ບໍ່ປະຕິບັດກົດຈາລະຈອນ ຈຶ່ງພາໃຫ້ເກີດອຸປະຕິເຫດໄດ້ງ່າຍ.

No description available.

ໂດຍທີ່ຜ່ານມາທາງເຈົ້າໜ້າທີ່ຕໍາຫຼວດຈາລະຈອນແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືທີມງານປ້ອງກັນການເກີດອຸປະຕິເຫດ ແລະ ຂັບຂີ່ລົດປອດໄພ ແມ່ນໄດ້ເອົາໃຈໃສ່ລົງເຄື່ອນໄຫວໂຄສະນາປະຊາສໍາພັນ ໃຫ້ແກ່ນັກຂັບຂີ່ລົດທຸກປະເພດ ແລະ ປະຊາຊົນບັນດາເຜົ່າ ຈົ່ງເປັນເຈົ້າການເພື່ອປ້ອງກັນການເກີດອຸປະຕິເຫດ ໂດຍບໍ່ໃຫ້ມີການຈັດຕັ້ງກິດຈະກຳຕ່າງໆທີ່ເປັນການກີດຂວາງໃນການສັນຈອນໄປມາ ແລະ ຜູ້ຂັບຂີ່ຍານພາຫະນະຕາມເສັ້ນທາງຫຼວງ ຕ້ອງໄດ້ປະຕິບັດກົດຈາລະຈອນຢ່າງເຂັ້ມງວດ ລວມທັງຜູ້ຂັບຂີ່ ຫຼື ຜູ້ຊ້ອນທ້າຍ ຕ້ອງໄດ້ໃສ່ໝວກກັນກະທົບທຸກຄັ້ງກ່ອນຈະອອກເດີນທາງ, ສ່ວນຜູ້ນໍາໃຊ້ລົດໃຫຍ່ຕ້ອງໃສ່ສາຍຮັດນີລະໄພທັງຜູ້ຂັບ ແລະ ຜູ້ນັ່ງ ແຕ່ເຖິງຢ່າງໃດກໍຕາມບັນຫາອຸປະຕິເຫດ ຍັງເກີດຂຶ້ນຢ່າງຕໍ່ເນື່ອງເກືອບທຸກໆອາທິດ.

ໂດຍ: ໂທລະພາບແຂວບໍ່ແກ້ວ