ໜ້າສະຫຼົດໃຈ ອຸບັດເຫດທີ່ເກີດຂຶ້ນໄລຍະປີໃໝ່ລາວເພີ່ມສູງຂຶ້ນ

87

ຜົນສະຫຼຸບ 7 ວັນອັນຕະລາຍອອກມາແລ້ວ( 11-17 ເມສາ 2023 ) ໄລຍະຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ທົ່ວປະເທດ ມີສະມາຊິກຄົນທີ່ຮັກ ຕ້ອງຈາກໄປຢ່າງບໍ່ມີວັນກັບມາຈໍານວນ 35 ຄົນ.

May be an image of 8 people, scooter and motorcycle
ອີງຕາມການຖະແຫຼງຂ່າວຂອງ ທ່ານ ພັອ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ໃນວັນທີ 19 ເມສາ 2023 ທີ່ຜ່ານມາໃຫ້ຮູ້ວ່າ: ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ຈະເກີດຂຶ້ນໃນໄລຍະສະເຫຼີມ-ສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທາງກົມຕໍາຫຼວດຈະລາຈອນ ໃນນາມຊີ້ນໍາມະຫາພາກ ກໍໄດ້ຈັດກອງປະຊຸມກັບຕໍາຫຼວດຈະລາຈອນ ປກສ ແຂວງໃນທົ່ວປະເທດ ດ້ວຍຮູບແບບທາງໄກ ເພື່ອຫາວິທີໃນການສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດ.

May be an image of 1 person
ແຕ່ເຖິງຈະມີການຈັດຕັ້ງປະຕິບັດວຽກງານປ້ອງກັນພຽງໃດກໍຕາມ, ແຕ່ກໍປາສະຈາກບໍ່ໄດ້ ຍັງມີອຸບັດຕິເຫດທີ່ເກີດຂຶ້ນ ຕະຫຼອດ 7 ວັນ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 342 ຄັ້ງ, ພາຫະນະເປ່ເພ 589 ຄັນ, ຄົນໄດ້ຮັບບາດເຈັບ 611 ຄົນ ແລະ ເສຍຊີວິດ 35 ຄົນ ຍິງ 6 ຄົນ. ໃນນີ້, ນະຄອນຫຼວງວຽງຈັນ ເສຍຊີວິດ 7 ຄົນ, ຮອງລົງມາແຂວງສະຫວັນນະເຂດ 5 ຄົນ ຖ້າທຽບໃສ່ປີຜ່ານມາ ຈໍານວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເກົ່າ.

May be an image of 3 people and motorcycle
ສໍາລັບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ 3 ວັນ ( 14-16 ເມສາ 2023 ) ທົ່ວປະເທດ ມີອຸບັດຕິເກດເກີດຂຶ້ນທັງໝົດ 194 ຄັ້ງ, ພາຫະນະເປ່ເພ 337 ຄັນ, ຄົນໄດ້ຮັບບາດເຈັບ 348 ຄົນ ແລະ ເສຍຊີວິດ 18 ຄົນ ຍິງ 2 ຄົນ. ໃນນີ້, ນະຄອນຫຼວງວຽງຈັນ 3 ຄົນ.

May be an image of 4 people
ສ່ວນສາເຫດຂອງການເກີດອຸບັດຕິເຫດ ແມ່ນເກີດຈາກດື່ມສິ່ງມືນເມົາ, ຄວາມໄວ, ບໍ່ປ່ອຍສິດ, ຊິງບໍ່ຮັບປະກັນ, ຂັບຂີ່ກິນທາງ, ປ່ຽນທິດທາງ, ບໍ່ແນບຂວາ ແລະອື່ນໆ.