ເຕັກນິກການປູກໝາກເຫຼັ່ນ ໃນລະດູຮ້ອນ

80

ໝາກເຫຼັ່ນ ເປັນພືດຜັກຊະນິດໜຶ່ງ ທີ່ສາມາດປູກໄດ້ເກືອບທຸກລະດູການ ແລະ ສາມາດທົນກັບສະພາບອາກາດຮ້ອນ ແລະ ໜາວໄດ້ດີ, ເປັນພືດຜັກທີ່ສາມາດປຸງແຕ່ງໄດ້ຫຼາຍເມນູ ມີສັບພະຄຸນທາງໂພຊະນາການຫຼາຍຢ່າງ ແລະ ມີຫຼາຍສາຍພັນທັງນ້ອຍ-ໃຫຍ່. ບາງສາຍພັນສາມາດເກັບກ່ຽວຜົນຜະລິດໄດ້ຫຼັງຕົ້ນມີອາຍຸປະມານ 70-90 ມື້.


ຊ່ວງເດືອນເມສານີ້ ເປັນຊ່ວງທີ່ອາກາດຮ້ອນອົບເອົ້າທີ່ສຸດ ດັ່ງນັ້ນ ໃນການປູກໝາກເຫຼັ່ນ ຕ້ອງຫົດນໍ້າໃຫ້ຫຼາຍຂຶ້ນກວ່າປູກໃນລະດູໜາວ, ຕ້ອງໝັ່ນພວນດິນ ໂດຍໃຫ້ເອົາ ຫຍ້າ ຫຼື ເຟືອງຕັດ ມາປົກຄຸມເຫງົ້າຕົ້ນໄວ້ ເພື່ອຊ່ວຍໃຫ້ດິນເກັບຄວາມຊຸ່ມໄດ້ດີ.
ວິທີປູກ: ນຳເອົາໝາກເຫຼັ່ນທີ່ສຸກດີມາບີບເອົາແກ່ນມາລ້າງນໍ້າເອົາເມືອກອອກ, ຈາກນັ້ນນຳໄປຕາກໃຫ້ແຫ້ງ ປະມານ 5-10 ມື້ກໍສາມາດນຳໄປຫວ່ານລົງໜານ ຫຼື ໄປຢອດຕາມຂຸມປູກໄດ້.

ການກະກຽມໜານຫວ່ານແກ່ນໝາກເຫຼັ່ນ ແມ່ນຊັບດິນລະອຽດ ປະສົມ ກັບປຸ໋ຍຄອກ ກັບຂີ້ແກບຂາວ ແລະ ຂີ້ແກບດຳ ຄູນໜານຂຶ້ນ ແລ້ວຫົດນໍ້າ ຈາກນັ້ນກໍຫວ່ານແກ່ນໝາກເຫຼັ່ນລົງໄປ ຈາກນັ້ນກໍໃຊ້ເຟືອງປົກ ຫົດນໍ້າອີກຄັ້ງ ແລະ ຫົດເປັນປະຈຳ ເຊົ້າ-ແລງ ຈົນກວ່າເບ້ຍຕົ້ນໝາກເຫຼັ່ນຈະປົ່ງອອກມາ.

ຫຼັງຈາກຫວ່ານໄດ້ 10 ມື້ກໍຈະປົ່ງຕົ້ນແຕກໃບ ເຊິ່ງໃບແທ້ຈະປົ່ງປະມານ 15 ວັນ ຈຶ່ງສາມາດຍ້າຍໄປປູກຕາມບ່ອນທີ່ຕ້ອງການ ຫຼື ກຽມໄວ້, ຖ້າປຸງໃນໜານໃຫ້ຫ່າງກັນ 50-70 ຊັງຕີແມັດ ຈະເຮັດໃຫ້ການຫົດນໍ້າໄດ້ຢ່າງສະໝໍ່າສະເໝີ ຈົນກວ່າເຄືອໝາກເຫຼັ່ນຈະຍາວອອກໃຫ້ເຮັດຄ້າງໃສ່ ໂດຍເອົາລວດ ຫຼື ເຊືອກ ມາມັດເປັນຕາໜ່າງເພື່ອໃຫ້ເຄືອໝາກເຫຼັ່ນໄດ້ເລືອຂຶ້ນຕາມຄ້າງ.

ຈາກປູກໄດ້ເດືອນປາຍໃຫ້ໃສ່ຝຸ່ນຄອກອີກ ຫຼື ຈະໃສ່ປຸ໋ຍໝາກນຳກໍໄດ້ ພະຍາຍາມຫົດນໍ້າໃຫ້ຫຼາຍຂຶ້ນ, ໝັ່ນພວນດິນ ເມື່ອອາຍຸໄດ້ 2 ເດືອນປາຍ ຫາ 3 ເດືອນ ທ່ານກໍສາມາດເກັບກ່ຽວໝາກເຫຼັ່ນສຸກໄດ້ແລ້ວ.
[ໂດຍ: ນົກແຕນແວນ]