3 ນັກເຕະຕ່າງປະເທດເຊື້ອສາຍລາວ ເດີນທາງຮອດ ຊາອຸດິດ ສົມທັບກັບ ທີມຊາດລາວ ແລ້ວ

210

ຢ່າງເປັນທາງການ 3 ນັກເຕະຕ່າງປະເທດເຊື້ອສາຍລາວ ເດີນທາງຮອດທີ່ໝາຍສົມທົບກັບ ທີມຊາດລາວ ແລະ ໄດ້ທັກທາຍເພື່ອນຮ່ວມທີມ ເພື່ອກຽມຄວາມພ້ອມໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ຫຼ້າສຸດນັກເຕະ 25 ຄົນ ພ້ອມດ້ວຍຄະນະນໍາ ແລະ ຄູຝຶກ ທີມຊາດລາວ ຮອດປະເທດ ຊາອຸດິ ອາຣັບເບຍ ໃນຕອນຄໍ່າຂອວັນທີ 11 ເມສາ 2023 ເພື່ອໄປເກັບຕົວຝຶກຊ້ອມ ໃນລະຫວ່າງວັນທີ 11-25 ເມສາ 2023.

ເຊິ່ງກ່ອນໜ້ານີ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີໄດ້ປະກາດ 25 ລາຍຊື່ນັກເຕະ ໄປເກັບຕົວຝຶກຊ້ອມທີ່ປະເທດ ຊາອຸດິ ອາຣັບເບຍ ໂດຍສ້າງຄວາມຕື່ນເຕັ້ນໃຫ້ກັບແຟນບານລາວ ຫຼັງມີ 3 ນັກເຕະຕ່າງປະເທດເຊື້ອສາຍລາວ ມາຮ່ວມທີມຊຸດນີ້ ຖືວ່າມາຄົບມີກອງຫຼັງ, ກອງກາງ ແລະ ກອງໜ້າ ໄດ້ແກ່:

– ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກລະດັບ ມະຫາວິທະຍາໄລ ຂອງອາເມຣິກາ) ຫຼິ້ນຕໍາແໜ່ງກອງຫຼັງ

– ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ) ຫຼິ້ນຕໍາແໜ່ງກອງກາງ
– ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ ສະໂມສອນ Montceau (ລີກ ລະດັບ4 ຂອງຝຣັ່ງ) ຫຼິ້ນຕໍາແໜ່ງກອງໜ້າ.

ຫຼ້າສຸດທັງ 3 ໄດ້ມາທັກທາຍ ແລະ ຮ່ວມຖ່າຍຮູບ ລວມເຖິງຮັບປະທານອາຄານກັບ ຄະນະນໍາ ແລະ ຄູຝຶກ ລວມເຖິງນັກເຕະທີມຊາດລາວ ຢ່າງເປັນທາງການເມື່ອວັນທີ 11 ເມສາ 2023 ທີ່ປະເທດຊາອຸດິ ອາຣັບເບຍ ແລະ ແນ່ນອນມື້ຖັດມາວັນທີ 12 ເມສາ 2023 ຈະເລີ່ມຝຶກຊ້ອມທີ່ປະເທດດັ່ງກ່າວ ເພື່ອກຽມຄວາມພ້ອມການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:

– ວັນທີ 30/04/2023 ເວລາ 19:00 ໂມງ ຫວຽດນາມ ພົບ ລາວ
– ວັນທີ 03/05/2023 ເວລາ 19:00 ໂມງ ມາເລເຊຍ ພົບ ລາວ
– ວັນທີ 06/05/2023 ເວລາ 19:00 ໂມງ ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ໂມງ ລາວ ພົບ ໄທ
ໂດຍ: Larh Creator; ຮູບຈາກ: ສຕລ