ເລືອກຜັກຊະນິດໃດດີ ເພື່ອປູກໄລຍະລະດູຮ້ອນໄດ້ຜົນດີ

47

ນັບແຕ່ເດືອນມີນາ ເຖິງ ເດືອນມິຖຸນາຂອງທຸກໆປີ ອາກາດຈະຮ້ອນອົບເອົ້າ ການປູກຜັກສວນຄົວຫຼາຍຊະນິດກໍປູກຍາກ ຕ້ອງໃສ່ໃຈຫົດນໍ້າເປັນພິເສດ, ດັ່ງນັ້ນຕ້ອງເລືອກປູກຜັກໃຫ້ເໝາະກັບສະພາບອາກາດ ເປັນຕົ້ນແມ່ນຜັກທີ່ມັກນໍ້າໜ້ອຍ, ທົນແດດ – ທົນແລ້ງໄດ້ດີ ເຊັ່ນ:


– ໝາກອຶ
– ມະລະ
– ບີຣູດ
– ຜັກກາດນາ
– ຜັກຫວານ
– ໝາກບວບ
– ພືດຕະກູນຖົ່ວ
– ສາລີຫວານ
– ຜັກກາດກວາງຕຸ້ງ
– ໝາກເຂືອ
– ໝາກເຜັດ
– ຜັກກາດຂາວ
– ໝາກເຫຼ່ນ
– ຜັກຊີ
– ຫອມປ້ອມ
– ສະຫຼັດ.


ເຕັກນິກໃນການປູກຜັກລະດູຮ້ອນ: ສຳລັບທ່ານໃດທີ່ຕ້ອງການປູກຜັກໃນລະດູຮ້ອນ ຕ້ອງເປັນຜັກທີ່ສາມາດທົນຮ້ອນ ແລະ ແລ້ງໄດ້ແລ້ວ ເຮົາຕ້ອງໝັ່ນຫົດນໍ້າເປັນປະຈຳເຊົ້າ – ແລງ ລວມເຖິງໝັ່ນພວນດິນໃຫ້ຜົງເພື່ອໃຫ້ຮາກຜັກສາມາດດູດນໍ້າ ແລະ ເກັບນໍ້າໄດ້ດີ, ໜ້າດິນຄວນປົກດ້ວຍແກບດຳ ປະສົມກັບແກບຂາວ ປະສົມເຟືອງ ຫຼື ເສດຫຍ້າ ຈຶ່ງເຮັດໃຫ້ດິນສາມາດເກັບນໍ້າ ແລະ ເຮັດໃຫ້ດິນຊຸ່ມຊື່ນໄດ້ດົນ.
[ ໂດຍ: ນົກແຕນແວນ ]