ຂົ້ວໄກ່ ໃສ່ ຂີງ

34

ຂົ້ວໄກ່ໃສ່ຂີງ ຫຼື ພັດໄກ່ໃສ່ຂີງ ເປັນເມນູຍອດຮິດໜຶ່ງ ທີ່ຄົນມັກກິນ ເວລາໄປກິນເຂົ້າຢູ່ຮ້ານອາຫານຕາມສັ່ງ ເພາະນອກຈາກຈະໄດ້ກິນໄກ່ແລ້ວ ຍັງໄດ້ກິນຂີງທັງຫອມທັງເຜັດອີກດ້ວຍ. ຖ້າທ່ານໃດຢາກລອງເຮັດກິນເອງກໍສາມາດນຳໄປເຮັດໄດ້ ເພາະເຮົາຈະເອົາວິທີເຮັດມາຝາກ.

▶ວັດຖຸດິບ: ໄກ່ລາດ ຫຼື ໄກ່ພັນຊີ້ນກໍໄດ້ (ຊອຍເອົາແຕ່ຊີ້ນສົດ) ປະມານ 1 ຖ້ວຍນ້ອຍ, ຫົວຜັກທຽມ 1 ຫົວ (ທຸບໃຫ້ແຕກ), ຫົວຫອມບົ່ວໃຫຍ່ 1 ຫົວ ຊອຍຕາມລວງ, ໝາກເຜັດດິບ 4-5 ໜ່ວຍ, ຊັອດຫອຍ 1 ບ່ວງແກງ, ຄະນໍ ເຄິ່ງບ່ວງຊາ, ແປ້ງນົວເຄິ່ງບ່ວງຊາ, ນໍ້າປາ, ຊັອດສະອີ້ວຂາວເກືອບ 1 ບ່ວງແກງ, ນໍ້າຕານ 1 ບ່ວງຊາ, ນໍ້າມັນພືດ 1 ບ່ວງແກງ, ຜັກຫອມບົ່ວ 2-4 ຕົ້ນ ຕັດຍາວປະມານຂໍ້ມື ຫາ 2 ຂໍ້ມື, ຂີງລ້າງສະອາດປອກເປືອກຊອຍປ່ຽງນ້ອຍ ປະມານເຄິ່ງໜຶ່ງຂອງປະລະມານຊີ້ນໄກ່ ຫຼື ເກືອບເທົ່າກໍໄດ້ແລ້ວແຕ່ມັກ.

▶ວິທີເຮັດ: ຄ້າງໝໍ້ຂຶ້ນເຮັດໄຟປານກາງ ເອົານຳມັນພືດເທລົງໄປ ຈາກນັ້ນກໍເອົາຫົວຜັກທຽມ ແລະ ໝາກເຜັດລົງໄປຈຽວໃຫ້ຫອມ ແລ້ວນຳຊີ້ນໄກ່ເທລົງ ຄົນໃຫ້ເຂົ້າກັນ ປຸງລົດຊາດດ້ວຍຊັອດຫອຍ, ຄະນໍ, ແປ້ງນົວ ຊັອດສະອີ້ວຂາວ, ນໍ້າຕານ (ຖ້າບໍ່ມັກບໍ່ໃສ່ກໍໄດ້) ກະວ່າຊີ້ນໄກ່ສຸກແລ້ວໃຫ້ເອົາຫົວຫອມບົ່ວລົງ ຖ້ານໍ້າແຫ້ງໃຫ້ເອົານໍ້າດື່ມຢອດໃສ່ໄດ້ ຈາກນັ້ນຂົ້ວໃຫ້ເຂົ້າກັນ ປຸງລົດດ້ວຍນໍ້າປາ ຊິມລົດຊາດຕາມໃຈມັກ ແລ້ວກໍໃສ່ຜັກຫອມບົ່ວທີ່ຊອຍລົງຄົນໃຫ້ເຂົ້າກັນອີກຄັ້ງ ເທົ່ານີ້ກໍປິດໄຟຕັກໃສ່ຈານພ້ອມເສີບໄດ້.
[ໂດຍ:ນົກແຕນແວນ]