ຍອດຂາຍລົດໄຟຟ້າທົ່ວໂລກປີ 2022 ສູງເຖິງ 7,26 ລ້ານຄັນ

34

ສຳນັກຂ່າວກຽວໂດລາຍງານວ່າ: ຍອດຂາຍລົດພະລັງງານໄຟຟ້າທົ່ວໂລກ ເພີ່ມຂຶ້ນເຖິງ 66% ຈາກປີ 2021 ໂດຍຍອດຂາຍແມ່ນ 7,26 ລ້ານຄັນໃນປີ 2022 ເຊິ່ງສະທ້ອນໃຫ້ເຫັນວ່າໄດ້ມີການປ່ຽນແປງຢ່າງວ່ອງໄວໃນອຸດສາຫະກຳ ທີ່ຕ້ອງການຍານພາຫະນະທີ່ປອດມົນລະພິດ ເພື່ອຕອບສະໜອງກົດເກນການປ່ອຍມົນລະພິດທີ່ເຂັ້ມງວດຍິ່ງຂຶ້ນ.

ไม่มีคำอธิบายรูปภาพ

ຄ້າຍລົດເອີຣົບ ແລະ ຄ້າຍລົດຈາກຈີນ ຕ່າງກໍເລັ່ງຍອດຂາຍລົດໄຟຟ້າ, ຂະນະທີ່ຄ້າຍລົດຍີ່ປຸ່ນ ຕ້ອງໃຊ້ຄວາມພະຍາຍາມໃນການໄລ່ຕາມຄູ່ແຂ່ງທົ່ວໂລກ ໂດຍຮອນດ້າມໍເຕີ ໄດ້ຮ່ວມມືກັບໂຊນີ ກຣຸບ ເພື່ອຈັດຕັ້ງບໍລິສັດຮ່ວມທຶນໃນສັດສ່ວນ 50 – 50% ເພື່ອຜະລິດລົດໄຟຟ້າຮຸ່ນໃຫຍ່ ໂດຍໂຕໂຢຕ້າມໍເຕີ ວາງແຜນທີ່ຈະຂະຫຍາຍເຄືອຂ່າຍລົດໄຟຟ້າທັງໝົດ ແລະ ກະຕຸ້ນຍອດຂາຍລົດໄຟຟ້າໃຫ້ໄດ້ເຖິງ 1,5 ລ້ານຄັນພາຍໃນປີ 2026.

ເມື່ອທຽບເປັນແຕ່ລະຕະຫຼາດແລ້ວ ຈີນ ມີຍອດຂາຍລົດໄຟຟ້າເພີ່ມຂຶ້ນປະມານ 80% ສູງເຖິງ 4,53 ລ້ານຄັນ. ສ່ວນເອີຣົບຕາເວັນຕົກ ເຊິ່ງລວມທັງເຢຍລະມັນ ແລະ ອັງກິດ ມີຍອດຂາຍເພີ່ມຂຶ້ນປະມານ 30% ຢູ່ທີ່ປະມານ 1,53 ລ້ານຄັນ. ຍອດຂາຍລົດໄຟຟ້າໃນອາເມຣິກາຢູ່ທີ່ 8 ແສນຄັນ ແລະ ຍີ່ປຸ່ນ 5 ໝື່ນຄັນໃນປີ 2022 ຜ່ານມາ.

ไม่มีคำอธิบายรูปภาพ

ໃນຂະນະທີ່ເທສລາ ເປັນຄ້າຍລົດທີ່ກະຕຸ້ນຍອດຂາຍໄດ້ທີ 1,27 ລ້ານຄັນ ໃນປີ 2022 ຈາກລະດັບປະມານ 880.000 ຄັນໃນປີ 2021. ສ່ວນ ບີວາຍດີ ຄືຄ້າຍລົດໄຟຟ້າລາຍໃຫຍ່ໃນ ຈີນ ສ້າງຍອດຂາຍໄດ້ປະມານ 870.000 ຄັນ ໃນປີຜ່ານມາ ເມື່ອທຽບຍອດຂາຍໃນປີ 2021 ຢູ່ທີ່ 320.000 ຄັນ.

ສ່ວນນິດສັນມໍເຕີ, ພາຮ໌ເນີ, ເຣໂນຣ໌ ແລະ ມິດຊຸບິຊິມໍເຕີ ສ້າງຍອດຂາຍໃນປີຜ່ານມາ ໄດ້ປະມານ 280.000 ຄັນ, ຂະນະທີ່ ໂຕໂຢຕ້າ ມີຍອດຂາຍປີຜ່ານມາ 24.000 ຄັນ.