ປະທານປະເທດຫວຽດນາມເດີນທາງຮອດນະຄອນຫຼວງວຽງຈັນແລ້ວ

134

ໃນເຊົ້າມື້ນີ້ ວັນທີ 10 ເມສາ 2023, ທ່ານ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນເປັນທີ່ຮຽບຮ້ອຍແລ້ວ ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

May be an image of 2 people and airplane

ອອກຕ້ອນຮັບຄະນະຜູ້ແທນໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ (ລັດຖະມົນຕີກຽດຕິຍົດ) ແລະ ຄະນະ ຊຶ່ງທ່ານ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ຢ່າງເປັນທາງການ ສປປ ລາວ ແຕ່ວັນທີ 10-11 ເມສາ 2023, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

May be an image of 11 people and aircraftທ່ານ ຫວໍ ວັນ ເຖືອງ ປະທານປະເທດຄົນໃໝ່ຂອງ ສສ ຫວຽດນາມ ເກີດເມື່ອວັນທີ 13 ທັນວາ 1970 ທີ່ ຕາແສງ ອານເຟືອກ , ເມືອງ ແມ້ງທິ , ແຂວງວິ້ງລອງ ລະດັບການສຶກສາຂອງເພິ່ນແມ່ນຈົບປະລິນຍາຕີ ສາຂາປັດຊະຍາ, ປະລິນຍາໂທ ສາຂາວິທະຍາສາດ ສັງຄົມ ແລະ ມະນຸດສາດ, ລະດັບທິດສະດີການເມືອງ: ຂັ້ນສູງ, ພາສາຕ່າງປະເທດ ພາສາ ອັງກິດ.

May be an image of 8 people

ກ່ອນຈະມາດຳລົງຕຳແໜ່ງເປັນປະທານປະເທດແມ່ນທ່ານໄດ້ເປັນກໍາມະການສໍາຮອງ ສູນກາງພັກ ຊຸດທີ X; ກໍາມະການສູນກາງພັກ ຊຸດທີ XI, XII ແລະ XII; ເລຂາທິການສູນກາງພັກ ຊຸດທີ XII ແລະ XIII; ກໍາມະການກົມການເມືອງສູນກາງພັກ ຊຸດທີ XII ແລະ XIII; ຮອງສະພານິຕິບັນຍັດ ຊຸດ XII, XIV ແລະ XV.

May be an image of 13 people
ແລະມາຮອດເດືອນ ມີນາ 2023 ທ່ານໄດ້ຮັບເລືອກເປັນກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.