“ຕະຫຼາດຂົວດິນ”ຈະປັບປຸງໃໝ່ທັງໝົດເປັນສູນລວມສິນຄ້າຄຸນນະພາບໃຈກາງນະຄອນຫຼວງວຽງຈັນ

244

ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ (ຕະຫຼາດຂົວດິນ) ກຽມທຸ່ມງົບກວ່າ 200 ຕື້ກີບ ເພື່ອປັບປຸງຕະຫຼາດຂົວດິນໃຫ້ມີຄວາມທັນສະໄໝ, ໂດຍຈະລົງມືປັບປຸງ ໃນຕົ້ນເດືອນພຶດສະພາ 2023 ໃຊ້ເວລາ 11 ເດືອນ ໃຫ້ສໍາເລັດ ແລະ ໃຫ້ບໍລິການໃນເດືອນ ມີນາ 2024.

May be an image of 4 people and dais
ວັນທີ 6 ເມສາ 2023 ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ໄດ້ຈັດພິທີຖະແຫຼງຂ່າວ ເພື່ອປັບປຸງຕະຫຼາດຂົວດິນ ທີ່ໂຮງແຮມ ລາວພາຊາ ເຂົ້າຮ່ວມຂອງທ່ານ ທ່ານ ວິລິດ ແສງດາລາ ຜູ້ອຳນວຍການ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ, ທ່ານ ນາງ ມະນັນພັດ ທະນັດທັນນາລົມ ທີ່ປືກສາ ບໍລິສັດ ປັນຍາຊັບ ບິວດິ້ງ ໂຊລູເຊິນ ຈຳກັດ, ທ່ານ ເທີດສິດທິ ຫໍປະສາດສຸກ ຜູ້ຈັດການ ບໍລິສັດ ເວີທູອາກ ຈຳກັດ ພ້ອມດ້ວຍ ສື່ມວນຊົນເຂົ້າຮ່ວມ.

ທ່ານ ວິລິດ ແສງດາລາ ກ່າວວ່າຈຸດປະສົງການຖະແຫລງຂ່າວມື້ນີ້: ກໍເພື່ອໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ ກ່ຽວກັບການປັບປຸງຕະຫຼາດຂົວດິນ ເລີ່ມແຕ່ວັນທີ່ 25 ເມສາ 2023.
ທ່ານກ່າວວ່າ: ອີງຕາມການພັດທະນາເສດຖະກິດສັງຄົມໃນປັດຈຸບັນ ແລະ ແນວທາງທິດຊີ້ນໍາຂອງພັກ-ລັດ ທີ່ວາງອອກ, ຜ່ານການຄົ້ນຄວ້າ ແລະ ສໍາຫຼວດ ເຫັນວ່າປັດຈຸບັນຕະຫຼາດຂອງພວກເຮົາມີສະພາບທີ່ເກົ່າ ແລະ ບໍ່ທັນສະໄໝ ເນື່ອງຈາກຖືກນໍາໃຊ້ເປັນເວລາຫຼາຍສິບປີ ( ປະມານ 40 ປີ ) ຈຶ່ງເປັນທີ່ມາໃນການປັບປຸງຕະຫຼາດໃນຄັ້ງນີ້.

May be an image of 2 people and flower
ສະນັ້ນ ທາງບໍລິສັດຂອງພວກເຮົາຈຶ່ງໃຫ້ຄວາມສຳຄັນຕໍ່ການພັດທະນາ ການກໍ່ສ້າງໃໝ່ໃຫ້ກາຍເປັນຕະຫຼາດແບບຢ່າງ ທີ່ທັນສະໄໝ, ສະດວກ, ສະອາດ, ປອດໄພ, ການບໍລິການທີ່ດີ ແລະ ເປັນຕະຫຼາດ ທາງດ້ານວັດທະນະທໍາ ສົ່ງເສີມເອກະລັກຄວາມເປັນລາວ ແຕ່ຍັງຄົງຮັກສາຮູບແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ, ຕະຫຼາດຂາຍສົ່ງ-ຂາຍຍ່ອຍ ແລະ ມີສິນຄ້າຫຼາກຫຼາຍຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາເນື່ອງໃນໂອກາດທີ່ ສ ປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ໃນປີ 2024 ທີ່ຈະມາເຖິງ

No photo description available.
ທ່ານກ່າວວ່າ: ໃນໄລຍະການກໍ່ສ້າງ ກ່ອນໜ້ານີ້ຫ້ອງການຈັດສັນຕະຫຼາດ ໄດ້ຈັດກອງປະຊຸມປຶກສາຫາລືກັບຊາວຄ້າຂາຍ ຕົກລົງເຫັນດີຍົກຍ້າຍອອກທັງໝົດ ເພື່ອອຳນວຍຄວາມສະດວກໃນການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາ ແລະ ຊາວຄ້າຂາຍເຫັນດີຊອກຫາພື້ນທີ່ຄ້າຂາຍດ້ວຍຕົນເອງຊົ່ວຄາວ.
ການລົງທຶນໃນການພັດທະນາ ແລະ ກໍ່ສ້າງໃນຄັ້ງນີ້ ແມ່ນທາງ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ເປັນຜູ້ລົງທຶນທັງໝົດ 100% ບໍ່ໄດ້ຂາຍຮຸ້ນ ຫຼື ຮ່ວມທຶນກັບບໍລິສັດຕ່າງປະເທດ ເຊິ່ງຍັງເປັນເຈົ້າກຳມະສິດເດີມ 100%, ລວມມູນຄ່າການລົງທຶນ 200 ຕື້ກວ່າກີບ ເຊິ່ງໄດ້ຮັບການອະນຸມັັດແລ້ວຈາກທະນາຄານພັດທະນາລາວ.

May be an image of 7 people, people standing and text
ໂຄງການກໍ່ສ້າງຕະຫຼາດຂົວດິນ ຄາດວ່າຈະໃຊ້ເວລາການກໍ່ສ້າງ ປະມານ 11 ເດືອນ ເລີ່ມແຕ່ວັນທີ່ 1 ພຶດສະພາ 2023 ແລະ ຈະເປີດນໍາໃຊ້ຕະຫຼາດໃໝ່ໃນເດືອນ ມີນາ 2024
ເພື່ອດໍາເນີນໂຄງການໃຫ້ສໍາເລັດຕາມກໍານົດເວລາ ທາງບໍລິສັດເອງ ກໍໄດ້ມີການຮ່ວມມືກັບຫຼາຍພາກສ່ວນ ເພື່ອອຳນວຍຄວາມສະດວກດ້ານຕ່າງໆ ແລະ ໄດ້ວ່າຈ້າງບໍລິສັດອອກແບບ ແລະ ກໍ່ສ້າງ ທີ່ມີປະສົບການ ດ້ານວິຊາສະເພາະຈາກຕ່າງປະເທດ ເຂົ້າມາເປັນທີ່ປຶກສາ ແລະ ຄວບຄຸມງານ, ມີຫຼາຍບໍລິສັດທີ່ເຂົ້າຮ່ວມການກໍ່ສ້າງໃນຄັ້ງນີ້.

No photo description available.
ພາຍຫຼັງສຳເລັດການກໍ່ສ້າງແມ່ນຈະເປີດໃຫ້ມີການຄ້າຂາຍຢ່າງເປັນປົກກະຕິ ຖ້າບັນດາທ່ານ ຜູ້ປະກອບການ ຊາວຄ້າຂາຍ ແລະ ປະຊາຊົນ ມີຄວາມສົນໃຈໃນການຈັດຕັ້ງປະຕິບັດໂຄງການຂໍໃຫ້ປະສານໄດ້ນໍາຫ້ອງການຈັດສັນຕະຫຼາດຂົວດິນໄດ້ທຸກເວລາ.