W.I.G NAGA ເປີດຕົວໂຫດຖະຫຼົ່ມຄູ່ແຂ່ງຂາດລອຍ ທັງ ຢູ 10 ແລະ 12 ບານເຕະເຍົາວະຊົນລີກ

246

ໃນອາທິດທີ່ຜ່ານມາ W.I.G NAGA ເດີນທາງໄປແຂ່ງຂັນລາຍການທີ່ປະເທດໄທ ສາມາດກວາດແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີແມ່ນສາມາດຄວ້າຮອງແຊັມໄດ້ອີກດ້ວຍ.

ຫຼ້າສຸດວັນທີ 4-5 ເມສາ 2023 W.I.G NAGA ກັບມາແຂ່ງຂັນບານເຕະລາຍການ Mazda Youth League 2023 ເຊິ່ງເປັນລາຍການທໍາອິດທີ່ຈັດແບບລີກເຍົາວະຊົນໃນສປປ ລາວ ແຂ່ງຂັນທັງຮອບຂາໄປ ແລະ ຮອບຂາກັບ ຜັດປ່ຽນກັນເປັນເຈົ້າພາບ ໂດຍ W.I.G NAGA ສົ່ງເຂົ້າຮ່ວມ 2 ຮຸ່ນຄື ຢູ 10 ກັບ ຢູ 12.

ເຊິ່ງເມື່ອວັນທີ 4 ເມສາ 2023 ທີ່ສະໜາມຊ້າງ ເອັຟຊີ 1 W.I.G NAGA ຢູ 10 ສາມາດບຸກໄປຖະຫຼົ່ມ ວຽງຈັນ ເອັຟທີ ໄປຂາດລອຍ 8-0 ເກັບ 3 ຄະແນນທໍາພ້ອມຂຶ້ນນໍາຕາຕະລາງຄະແນນລວມ ໂດຍມີຄະແນນເທົ່າກັບ ມາຊດ້າ ແລະ AIS, ສ່ວນຈໍາປາຮັກ, ມາສເຕີ 7 ເອັຟຊີ ແລະ ວຽງຈັນ ເອັຟທີ ຍັງບໍ່ມີຈັກຄະແນນ.

ສ່ວນ W.I.G NAGA ຢູ 12 ກໍໂດດເດັ່ນລົງສະໜາມນັດທໍາອິດວັນທີ 5 ເມສາ 2023 ລົງແຂ່ງຂັນໃນຖານະເຈົ້າບ້ານທີ່ສະໜາມບານເຕະຫຍ້າທຽມ ເຟີຣາຣີ ສາມາດຖະຫຼົ່ມ ມາສເຕີ 7 ເອັຟຊີ ໄປຂາດລອຍ 8-0 ເຮັດໃຫ້ W.I.G NAGA ຢຶດທີມນໍາຂອງຕາຕະລາງຄະແນນລວມ ໂດຍມີ 3 ຄະແນນເທົ່າກັບ Talanta, ສ່ວນ ວຽງຈັນ ເອັຟທີ, ມາຊດ້າ, ຈໍາປາຮັກ ແລະ Paksane ມີ 1 ຄະແນນເທົ່າກັນ. ຂະນະທີ່ ມາສເຕີ 7 ເອັຟຊີ, AIS ແລະ KMT ຍັງບໍ່ມີຈັກຄະແນນ.
ຂ່າວ-ຮູບ: Larh Creators ແລະ Mazda Youth League