ຮົງກົງ ກຳລັງປະເຊີນກັບການຂາດແຄນແຮງງານ

55

ຕະຫຼາດແຮງງານຂອງຮົງກົງ ( ສປ ຈີນ ) ປັບໂຕຫຼຸດລົງຢ່າງໄວວາເປັນປະຫວັດການ ເຊິ່ງສະທ້ອນໃຫ້ເຫັນບັນຫາສັງຄົມຜູ້ອາຍຸສູງ ແລະ ແຮງງານໄຫຼອອກ( ບັນຫາສະໝອງໄຫຼ ).

ສໍານັກງານສຳມະໂນປະຊາກອນ ແລະ ສະຖິຕິແຫ່ງຊາດຮົງກົງ ເປີດເຜີຍວ່າ: ປະຊາກອນໃນເກນອາຍຸເຮັດວຽກຂອງຮົງກົງ ຫຼຸດລົງ 94.100 ຄົນ ຫຼື 2,4% ໃນປີຜ່ານມາ ເຊິ່ງຫຼຸດລົງຫຼາຍທີ່ສຸດ ນັບແຕ່ລັດຖະບານເລີ່ມເກັບກໍາ ແລະ ບັນທຶກຂໍ້ມູນໃນປີ 1985 ເປັນຕົ້ນມາ.

อาจเป็นรูปภาพของ 2 คน, ผู้คนกำลังยืน, ผู้คนกำลังเดิน, กลางแจ้ง และ ฝูงชน

ໃນລາຍງານໄດ້ລະບຸວ່າ: ຮົງກົງ ກຳລັງປະເຊີນວິກິດແຮງງານຄັ້ງໃຫຍ່. ຂະນະທີ່ພາກລັດພະຍາຍາມຟື້ນຟູເສດຖະກິດທີ່ຫົດຕົວລົງເປັນປີທີ 3 ໃນຮອບ 4 ປີ, ຜູ້ຄົນຫຼາຍໝື່ນຄົນ ລວມທັງນັກກົດໝາຍ ແລະ ນັກການທະນາຄານຕ່າງກໍຍ້າຍອອກຈາກຮົງກົງ.

ທ່ານ ຈອນ ລີ ຜູ້ບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຖະແຫຼງຕໍ່ສື່ມວນຊົນເມື່ອວັນທີ 4 ເມສາ 2023 ວ່າ: ການຂາດແຄນແຮງງານ ຈະສົ່ງຜົນກະທົບຕໍ່ການບໍລິການສາທາລະນະ ແລະ ຄວາມສາມາດໃນການແຂ່ງຂັນຂອງຮົງກົງ.

อาจเป็นรูปภาพของ 12 คน, ผู้คนกำลังยืน, ผู้คนกำลังเดิน และ ถนน

ຮົງກົງ ຈະໃຫ້ຄວາມສໍາຄັນໃນການດຶງດູດຜູ້ມີຄວາມສາມາດ ເຊິ່ງນັບແຕ່ເດືອນຕຸລາປີຜ່ານມາ ກໍໄດ້ເລີ່ມໂຄງການຮັບສະໝັກຜູ້ທີ່ມີຄວາມສາມາດລະດັບໂລກ ເຊິ່ງລວມເຖິງແຜນອອກວີຊ່າ ໄລຍະ 2 ປີໃຫ້ແກ່ພະນັກງານທີ່ມີລາຍໄດ້ສູງ ແລະ ຜູ້ສໍາເລັດການສຶກສາຈາກມະຫາວິທະຍາໄລຊັ້ນນໍາ.

ປັດຈຸບັນ, ໂຄງການດັ່ງກ່າວໄດ້ຮັບຄວາມສົນໃຈຈາກຊາວຈີນຢ່າງຫຼວງຫຼາຍ ໂດຍໃນຈໍານວນຜູ້ສະໝັກປະມານ 10.000 ຄົນນັ້ນ ສ່ວນໃຫຍ່ມາຈາກ ສປ ຈີນ.