ທັບນັກກີລາ Kun Bokator ລາວ ກວາດ 5 ຫຼຽນຄໍາ ໃນການ Kun Bokator Sea Championship 2023

418

ທັບນັກກີລາ Kun Bokator ຂອງລາວ ກວາດ 5 ຫຼຽນຄໍາ, 7 ຫຼຽນເງິນ ແລະ 12 ຫຼຽນທອງ ໃນການແຂ່ງຂັນກີລາ Kun Bokator ຊີງແຊັມອາຊຽນ ຄັ້ງທີ 1 ( Kun Bokator Sea Championship 2023 ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ລະຫວ່າງວັນທີ 1-3 ເມສາ 2023 ຢູ່ອັນດັບ 2 ຂອງຕາຕະລາຍຄະແນນສະຫຼຸບຫຼຽນ.

ທ່ານ ອາຈານ ພິລາວັນ ຈັນທະກາລີ 1 ໃນນັກກີລາ Kun Bokator ລາວ ທີ່ຄວ້າຫຼຽນຄໍາ ເປີດເຜີຍກັບທີມຂ່າວພວກເຮົາວ່າ: ການແຂ່ງຂັນ Kun Bokator Sea Championship 2023 ທີ່ນະຄອນຫຼວງພະນົມເປັນ ລະຫວ່າງວັນທີ 1-3 ເມສາ 2023 ເປັນການແຂ່ງຂັນລາຍການທົດສອບກ່ອນລຸຍຊີເກມ ທີ່ກໍາປູເຈຍ ໃນເດືອນພຶດສະພານີ້ ໂດຍທັບນັກກີລາສົ່ງເຂົ້າຮ່ວມ 30 ຄົນ ( ຄູຝຶກ 2 ທ່ານ ແລະ ນັກກີລາ 28 ຄົນ ) ເຂົ້າຮ່ວມຊີງໄຊ ໂດຍມີ 4 ປະເທດເຂົ້າຮ່ວມ ຜ່ານການແຂ່ງຂັນປາກົດວ່າ: ກວາດ 5 ຫຼຽນຄໍາ, 7 ຫຼຽນເງິນ ແລະ 12 ຫຼຽນທອງ.

ພິເສດແມ່່ນນັກກີລາຈາກທີມງານ ລາວແອັກຊັ່ນສະຕາຣ໌ ( Lao Action Star ) ໄດ້ປະກອບສ່ວນຮັບໃຊ້ຊາດ ໃນການແຂ່ງຂັນຊິງແຊ້ມ Kun Bokator ອາຊຽນ ຄັ້ງທີ 1 ທີ່ພະນົມເປນ, ປະເທດກຳປູເຈຍ ນຳທັບນັກກິລາໂດຍ: ອາຈານ ສົມວັນດີ ພັກສຸພອນ (ໂຄສເລັກ) ໂດຍຜົນງາດັ່ງໃນຮູບ:

ສະຫຼຸບ ຕາຕະລາງສະຫຼຸບຫຼຽນ Kun Bokator Sea Championship 2023 ມີດັ່ງນີ້: (ຮູບ)
ຂ່າວ: Larh Creators; ຮູບຈາກ: Lao Action Star