W.I.G NAGA ທີມເຍົາວະຊົນລາວ ຄວ້າແຊັມ ຢູ 9 ປີ ກັບ ຮອງແຊ້ມ ຢູ 11 ລາຍການທີ່ປະເທດໄທ

422

W.I.G NAGA ທີມເຍົາວະຊົນຈາກລາວ ທີ່ກໍາລັງມາແຮງໃນໄລຍະນີ້ ຫຼ້າສຸດວັນທີ 1 ເມສາ 2023 ສາມາດຄວ້າແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ປີແມ່ນສາມາດຄວ້າຮອງແຊັມ.

W.I.G NAGA ທີມບານເຕະເຍົາວະຊົນລາວ ໄດ້ເກີນທາງເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023 ໂດຍສົ່ງນັກກີລາເຂົ້າຮ່ວມເຖິງ 4 ຮຸ່ນຄື: ຢູ 9, 10, 11 ແລະ 12 ປີ ໂດຍເມື່ອວັນທ 1 ເມສາ 2023 ເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 9 ແລະ 11 ປີ.

ຜ່ານການແຂ່ງຂັນປາກົດວ່າ: ທັງສອງຮຸ່ນຂອງ W.I.G NAGA ສາມາດຜ່ານເຂົ້າເຖິງຮອບຊີງຊະນະເລີດທັງ 2 ຮຸ່ນ ໂດຍຜົນງານໃນຮອບແບ່ງກຸ່ມສາມາດຊະນະ 3 ນັດລວດຄວ້າແຊັມກຸ່ມໄດ້ທັງ 2 ຮຸ່ນ ແລະ ຮອບ 8 ກັບ ຮອບ 4 ທີມສຸດທ້າຍກໍຜ່ານໄດ້ສະບາຍໆ ພິເສດສຸດເປັນຮຸ່ນອາຍຸບໍ່ເກີນ 9 ກໍຍັງສາມາດຄວ້າແຊ້ມໄດ້ຕາມຄາດດ້ວຍການບຽດເອົາຊະນະ ໂກເດັນບອຍ ໄປຫວຸດຫວິດ 1-0 ໃນນັດຊີງຊະນະເລີດ ເຊິ່ງໄດ້ຮັບຂັນແຊັມໄປຄອງ.

ສ່ວນຮຸ່ນອາຍຸບໍ່ເກີນ 11 ປີຜ່ານເຂົ້າຮອບຮອງຊະນະເລີດໄດ້ເຊັ່ນກັນ, ແຕ່ໃນຮອບຊີງຊະນະເລີດແມ່ນເສຍໃຫ້ກັບ ພິຣາບຂາວ ທີມຈາກປະເທດໄທ 2-4 ຄວ້າອັນດັບ 2 ໄປຄອງ ພ້ອມກັບຂັນລາງວັນອັນດັບ 2 ໄປຄອງ ໂດຍພາລະກິດຕໍ່ໄປກໍຄື ກຽມລົງແຂ່ງຂັນໃນບານເຕະລີກເຍົາວະຊົນລາວລາຍການ Mazda Youth League 2023 ໂດຍມີເຖິງ 3 ຮຸ່ນ ປະກອບມີ U10, U12 ແລະ U14 ທີ່ສປປ ລາວ ໃນອາທິດໜ້າຕໍ່ໄປ.

ສໍາລັບ W.I.G NAGA ສ້າງຕັ້ງຂຶ້ນມາໃນປີ 2022 ເລີ່ມເປັນທີ່ຮູ້ຈັກຈາກການຄວ້າອັນດັບໃນລາຍການ ແຊ້ມຊົນແຊັມ ທີ່ປະເທດໄທ ເມື່ອປີ 2022 ໃນຮຸ່ນອາຍຸບໍໍ່ເກີນ 10 ປີທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ, ກ່ອນທີ່ຕໍ່ມາຈະຄວ້າແຊັມ ຢູ 8 ແລະ ຢູ 11 ໃນລາຍການລະດັບນາທີໆ ທີ່ພັດທະນາປະເທດໄທ ໃນທ້າຍປີ 2022 ແລະ ປີ 2023 ຄວ້າແຊັມບານເຕະ 7 ຄົນຊີງແຊັມພາກອີສານ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 202 ສ່ວນຢູ 11 ແມ່ນເຂົ້າຮອບ 8 ທີມສຸດທ້າຍ.
ຂ່າວ-ຮູບ: Larh Creators