ໄປເບິ່ງເງື່ອນໄຂການອອກໃບອະນຸຍາດໃຫ້ເປັນຄູຝຶກສອນບານເຕະ ລະດັບ AFC

34

ຖືວ່າເປັນອີກໜຶ່ງຄວາມຮູ້ໃຫ້ກັບຄົນໃນວົງການບານເຕະ ໂດຍສະເພາະໃນວົງການບານເຕະ ສປປ ລາວ ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກມາອະທິບາຍ ເງື່ອນໄຊການອອກໃບອະນຸຍາດໃຫ້ເປັນຄູຝຶກສອນບານເຕະຂອງ ສະຫະພັນບານເຕະອາຊີ ( AFC ).

ສະຫະພັນບານເຕະແຫ່ງຊາດລາວ ລະບຸວ່າ: ໃນຖານະເປັນສ່ວນໜຶ່ງຂອງການຝຶກອົບຮົມຄູຝຶກສອນບານເຕະ ( Coach ) AFC, ໃບອະນຸຍາດການເປັນຄູຝຶກສອນ AFC ທັງຫມົດແມ່ນມີອາຍຸສາມາດນຳໃຊ້ສໍາລັບສາມປີ, ນັບແຕ່ວັນທີ່ອອກໃຫ້ ຫຼື ສາມາດຕໍ່ອາຍຸໄດ້ ເພື່ອເປັນສິ່ງທີ່ຊຸກຍູ້ໃຫ້ຄູຝຶກສອນໃຫ້ປັບປຸງຕົນເອງຢ່າງຕໍ່ເນື່ອງ ແລະສອດຄ່ອງກັບທ່າອ່ຽງຂອງການພັດທະນາຄູຝຶກສອນໃນປະຈຸບັນ.

ພະແນກຄູຝຶກຂອງສະຫະພັນບານເຕະລາວ (LFF) ໄດ້ຈັດຕັ້ງຂະບວນການກວດກາຄືນໃໝ່ ໂດຍຮຽກຮ້ອງໃຫ້ຄູຝຶກສອນກິລາບານເຕະໄວ້ດັ່ງນີ້:
1. ລົງທະບຽນອອນລາຍໃນຖານຂໍ້ມູນ Coaches ( ນັບຕັ້ງແຕ່ລະດັບ C ຂື້ນໄປ )
2. ບັນລຸ 100 ຄະແນນພາຍໃນ 3 ປີເພື່ອໃຫ້ມີຄຸນສົມບັດສໍາລັບການໄດ້ຮັບໃບອະນຸຍາດຄູຝຶກໃນຂັ້ນຕໍ່ໄປ.
3. ຖ້າຄູຝຶກສອນໄດ້ຮັບຄຸນສົມບັດທີ່ສູງກວ່າ (ເຊັ່ນ: ຈາກ LFF/AFC ‘B’ ເຖິງ LFF/AFC ‘A’) ພາຍໃນໄລຍະເວລາສາມປີ. ສິດທິຂອງຄູຝຶກຂອງລາວຈະມີຜົນບັງຄັບໃຊ້ໂດຍອັດຕະໂນມັດນັບແຕ່ມື້ສໍາເລັດຫຼັກສູດໃໝ່.