ຮອງນາຍົກ ຊີ້ 5 ບັນຫາ ທີ່ຂະແໜງສາທາລະນະສຸກ ຕ້ອງເອົາໃຈໃສ່ແກ້ໄຂຫັນປ່ຽນ ຢ່າງແຂງແຮງ

48

ສຳເລັດກອງປະຊຸມວຽກງານສາທາລະນະສຸກ ປີ 2022 ແລະ ທິດທາງແຜນການ ປີ 2023 ແລະ ຂະບວນການແຂ່ງຂັນ ຮັກຊາດ-ພັດທະນາ ຮອດປີ 2025 ພາຍໃຕ້ຫົວຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງວຽກງານສາທາລະນະສຸກໃນເງື່ອນໄຂໃໝ່” ທີ່ໂຮງແຮມດອນຈັນພາເລດ, ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ (16-17 ມີນາ 2023), ໂດຍການເຂົ້າຮ່ວມໂອ້ລົມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຮອງລັດຖະມົນຕີ, ມີຫົວໜ້າກົມ-ຮອງກົມ, ມີບັນດາຮອງເຈົ້າແຂວງ, ພະແນກສາທາລະນະສຸກທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວບາງຕອນວ່າ: ການຈັດຕັ້ງປະຕິບັດແຜນພັດທະາສາທາລະນະສຸກ ປະຈຳປີ 2022 ເປັນການສືບຕໍ່ຈັດຕັ້ງປະຕິບັດເປັນປີທີສອງຂອງການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ເຊິ່ງເປັນແຜນຜັນຂະຫຍາຍ ຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ III ເຂົ້າໃນວຽກງານຕົວຈິງ ທີ່ມີເປົ້າໝາຍສຸມໃສ່ການປັບປຸງ, ຍົກລະດັບຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ ແລະ ການບັນລຸ 11 ຕົວຊີ້ບອກທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ຂະແໜງການສາທາລະນະສຸກຈັດຕັ້ງປະຕິບັດ. ພ້ອມດຽວກັນ, ການພັດທະນາວຽກງານສາທາລະນະສຸກ ຍັງໄດ້ອີງໃສ່ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກກ່ຽວກັບວຽກງານສາທາລະນະສຸກ ທີ່ຖືເອົາວຽກງານກັນພະຍາດ, ສົ່ງເສີມສຸຂະພາບເປັນສຳຄັນ ແລະ ຖືເອົາການສະໜອງການບໍລິການປິ່ນປົວພະຍາດທີ່ມີຄຸນນະພາບ, ທົ່ວເຖິງ ແລະ ຍຸດຕິທໍາເປັນຕົ້ນຕໍ. ເພື່ອໃຫ້ສາມາດບັນລຸໄດ້ຕາມ ເປົ້າໝາຍ ແລະ ຄາດໝາຍທີ່ໄດ້ວາງໄວ້, ຂະແໜງສາທາລະນະສຸກໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມ 8 ແຜນງານ, 49 ແຜນງານຍ່ອຍ, 133 ໂຄງການ. ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງໃນປີ 2022 ທີ່ຜ່ານມາ ສາມາດຍາດໄດ້ຜົນງານ, ຜົນສໍາເລັດໃນຫຼາຍດ້ານ, ພ້ອມດຽວກັນ ຍັງມີຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ.


ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໂອ້ລົມບາງຕອນວ່າ: ຜ່ານການຮັບຟັງ ການລາຍງານຫຍໍ້ ຂອງສະຫາຍຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ເຫັນວ່າ ບັນດາກິດຈະກຳ ຂອງແຜນພັດທະນາສາທາລະນະສຸກໃນໄລຍະທີ່ຜ່ານມາ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າຫລາຍດ້ານ ແລະ ເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງບໍລິການດ້ານສາທາລະນະສຸກ ໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ ແລະ ປະກອບສ່ວນເຮັດໃຫ້ຈຳນວນຄວາມທຸກຍາກ ຂອງປະຊາຊົນຫລຸດນ້ອຍຖອຍລົງ ເທື່ອລະກ້າວ. ສະນັ້ນ, ຂໍສະແດງຄວາມຍ້ອງຍໍ ແລະ ຊົມເຊີຍ ຕໍ່ຜົນງານ ທີ່ພວກສະຫາຍຍາດມາໄດ້.

ຄຽງຄູ່ກັບຈຸດດີ ກໍ່ເຫັນວ່າຍັງມີຈຸດອ່ອນ ຂໍ້ຄົງຄ້າງ ຈຳນວນໜຶ່ງ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ ປັບປຸງເພື່ອໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເປັນຕົ້ນ (1) ບັນດາພະນັກງານສະມາຊິກພັກຂັ້ນຕ່າງໆ ໃນຂົງເຂດສາທາລະນະສຸກ ຈຳນວນໜຶ່ງ ບໍ່ທັນກຳແໜ້ນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ບໍ່ທັນເລິກເຊິ່ງ ຍ້ອນການນຳພາວຽກງານການເມືອງແນວຄິດ ຂອງພວກສະຫາຍ ບໍ່ທັນແທດເຖິງ, ເລິກເຊິ່ງ ແລະ ເປັນປົກກະຕິ; (2) ການນໍາພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ບໍ່ທັນເລິກເຊິ່ງແທດເຖິງ ທຸກຂົງເຂດ; (3) ການຊີ້ນຳ, ມອບວຽກງານ ບໍ່ທັນຂາດຕົວ, ລວມທັງການຕິດຕາມກວດກາການເຄື່ອນໄຫວວຽກງານຂອງຂັ້ນລຸ່ມ ເຮັດບໍ່ທັນໄດ້ດີ ແລະ ເປັນປົກກະຕິດ ແທດເຖິງເທົ່າທີ່ຄວນ, (4) ການປັບປຸງ, ຈັດວາງຖັນແຖວພະນັກງານ, ຕຳແໜ່ງງານ ຍັງມີລັກຊະນະພັກພວກ ກຸ່ມກ້ອນ ຜົນປະໂຫຍດ ບໍ່ຟັງກັນ ແລະ ເອື່ອຍອີງໃສ່ກັນ, (5) ການເຄື່ອນໄຫວວຽກງານວິຊາສະເພາະ ຂອງຂົງເຂດທີ່ຮັບໃຊ້ການບໍລິການ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ຍັງເອື່ອຍອີງ ແລະ ຈຳນວນໜຶ່ງ ກໍ່ແມ່ນເພື່ອຫວັງຜົນປະໂຫຍດ ລວມທັງການກໍ່ສ້າງບຸກຄະລາກອນ ກໍ່ຍັງມີຫາງສຽງສັງຄົມຈົ່ມວ່າ: ມີການຊື້ຈ້າງຈອບອອຍ ແລະ ອື່ນໆ.

ພ້ອມນີ້ໃນກອງປະຊຸມຍັງມີພິທີ ປະດັບຜົນງານ 5 ປີ (2016-2020) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025 ຂອງກະຊວງ ສາທາລະນະສຸກ, ຜ່ານການສະຫຼຸບ ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກະຊວງສາທາລະນະສຸກ, ສາມາດສັງລວມການຍ້ອງຍໍ ກົມກອງ ແລະ ບຸກຄົນດີເດັ່ນ ປະກອບມີ: ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ ກົມກອງຈຳນວນ 19 ພາກສ່ວນ, ບຸກຄົນ ຈຳນວນ 39 ທ່ານ, ຫຼຽນໄຊແຮງງານຊັ້ນ II ໃຫ້ກົມກອງຈໍານວນ 12 ພາກສ່ວນ ແລະ ບຸກຄົນ ຈຳນວນ 89 ທ່ານ, ຫຼຽນໄຊແຮງງານຊັ້ນ III ໃຫ້ກົມກອງຈຳນວນ 03 ພາກສ່ວນ, ບຸກຄົນ ຈຳນວນ 303 ທ່ານ; ຫຼຽນກາແຮງງານຈຳນວນ 470 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານ ຈຳນວນ 763 ທ່ານ. ເຊິ່ງພິທີມອບຜົນງານ 5 ປີ (2016-2020) ຍັງໄດ້ປະກາດເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຮອດປີ 2025 ກະຊວງສາທລະນະສຸກ ກຳນົດເອົາ “ການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນ ຕົ້ນຕໍ, ເອົາການປິ່ນປົວຟື້ນຟູໜ້າທີ່ການ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖີງມີຄຸນນະພາບ, ຍຸຕິທຳ, ມີຄວາມສະເໝີພາບເປັນສຳຄັນ, ສົມທົບຢາຫຼວງ ແລະ ຢາພື້ນເມືອງ” ເຊິ່ງເປັນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງ ເປັນຄາດໝາຍສູ້ຊົນ ໃນທົ່ວຂະແໜງການສາທາລະນະສຸກຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.