ຊາວເມືອງລະມາມຊື່ນໃຈ ຕ້ອນຮັບທ່ານເຈົ້າແຂວງລົງຢ້ຽມຢາມຢ່າງເປັນກັນເອງ

47

ເປັນກຳລັງໃຈທີ່ສຳຄັນຫຼາຍ ສຳລັບປະຊາຊົນທີ່ເຫັນການນຳສູງສຸດຂອງແຂວງລົງຮອດບ້ານຮອດຊ່ອງ ທັກທາຍຢ້ຽມຢາມຖາມຂ່າວ ແລະຍັງໃຫ້ທິດຊີ້ນຳທີ່ສ້າງສັນແກ່ການສ້າງສາຊີວິດກັນເປັນຢູ່ອີກ!

May be an image of 6 people and people sitting

ວັນທີ 15-16 ມີນາ 2023 ນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ໂອ້ລົມຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນບ້ານຕອກອົງແກ້ວ, ໂພນໃຜ່, ຈະນໍາ, ປາຫືງ, ໄກເງງ, ຕະອູນ, ນາເວີ ແລະ ບ້ານຈະວີກ ທີ່ຂຶ້ນກັບເຂດພັດທະນາທີ 6 ຕອກອົງແກ້ວເມືອງລະມາມ ໂດຍມີທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງລະມາມ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນ 8 ບ້ານເຂົ້າຮ່ວມ.

May be an image of 13 people, people standing and outdoors
ໃນໂອກາດນີ້, ຕາງໜ້າອົງການປົກຄອງບ້ານ 8 ໝູ່ບ້ານ ໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດ ແລະ ການນໍາພາ-ຊີ້ນໍາພັດທະນາຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ. ຫຼັງຈາກນັ້ນ ທ່ານເຈົ້າແຂວງເຊກອງ ກໍ່ໄດ້ມີຄໍາເຫັນໂອ້ລົມຊີ້ນໍາ ໂດຍເນັ້ນໃຫ້ຄະນະພັກ, ອົງການປົກຄອງບ້ານ ສືບຕໍ່ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງພັກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕິດພັນກັບການປັບປຸງແບບແຜນການນໍາພາ-ວິທີເຮັດວຽກຂອງຕົນໃຫ້ເຂັ້ມແຂງ, ເປັນແບບຢ່າງນໍາໜ້າ ແລະ ນໍາພາປະຊາຊົນຢ່າງແທ້ຈິງ.

May be an image of 5 people, people sitting and people standing

ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ປະຊາຊົນ ແນໃສ່ໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ; ຫັນປ່ຽນແນວຄິດຄອງເດີມ, ແນວຄິດເອື່ອຍອີງ, ເຊື່ອຖືງົມງວາຍ, ຂີ້ຄ້ານມັກງ່າຍໃຫ້ຫຼຸດໜ້ອຍຖອຍລົງ; ປຸກລະດົມ ແລະ ຊຸກຍູ້ສົ່ງເສີມລູກ-ຫຼານຂອງຕົນໃຫ້ໄດ້ເຂົ້າຮຽນໃນລະດັບຕ່າງໆ; ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນໃນການອອກແຮງງານ, ຫັນປ່ຽນອາຊີບຈາກການຖາງປ່າເຮັດໄຮ່ໄປສູ່ການເຮັດນາ, ປູກພືດຜັກ, ຄ້າ ຂາຍ ແລະ ອາຊີບອື່ນໆ; ຫັນປ່ຽນຮູບແບບການຜະລິດ (ການປູກ-ການລ້ຽງ) ຈາກອັນເກົ່າ ໄປສູ່ການນໍາໃຊ້ເຕັກນິກວິທະຍາສາດແບບໃໝ່ ເພື່ອຍົກສູງສະມັດຕະພາບຜົນຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕອບສະໜອງການບໍລິໂພກພາຍໃນບ້ານໃຫ້ພຽງພໍ ແລະ ຂາຍເປັນສິນຄ້າ, ສ້າງລາຍຮັບແກ່ຄອບຄົວ; ປົກປັກຮັກສາປ່າໄມ້, ຮັກສາແຫຼ່ງນໍ້າໃຫ້ມີຄວາມຍືນຍົງ.

May be an image of 11 people, people sitting and people standing

ໃຫ້ເອົາໃຈໃສ່ປະຕິບັດຫຼັກການອະນາໄມ 3 ສະອາດຄື: ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ; ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ປະກອບສ່ວນປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນບ້ານຂອງຕົນ, ເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

May be an image of 3 people, people standing and people sitting
ພ້ອມນີ້, ທ່ານເຈົ້າແຂວງເຊກອງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດໃນການນໍາພາ-ຊີ້ນໍາຂອງຄະນະພັກ-ອົງການປົກຄອງບ້ານ ກໍ່ຄືພໍ່ແມ່ປະຊາຊົນແຕ່ລະບ້ານຍາດໄດ້ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືເມືອງລະມາມແຂວງເຊກອງໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາດລົງພົບປະຢ້ຽມຢາມປະຊາຊົນຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ມອບປື້ມ, ບິກຂຽນ, ຊຸດກິລາ ແລະ ອຸປະກອນກິລາ ໃຫ້ອົງການປົກຄອງບ້ານຕື່ມອີກ.

ຂ່າວ-ພາບ: ສັນຍາ