ຄຊປປລ ສສກ ມອບເຄື່ອງຮຸ່ງ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ນໍ້າບາກ

55

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ນຳເອົາເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາຫຼາຍລາຍການ ລວມມູນຄ່າ 18 ລ້ານກວ່າກີບ ໄປມອບໃຫ້ບັນດານ້ອງໆນັກຮຽນໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ ແຂວງຫຼວງພະບາງ ເພື່ອສົ່ງເສີມການຈັດຕັ້ງປະຕິບັດການຮຽນການສອນໃຫ້ມີຄຸນນະພາບການສຶກສາ ໂດຍສະເພາະໃຫ້ນ້ອງນັກຮຽນດັ່ງກ່າວ ໄດ້ນຳໃຊ້ເຄື່ອງນຸ່ງທີ່ດີ ແລະ ມີອຸປະກອນການຮຽນສາມາດພັດທະນາຕົນເອງເປັນນັກຮຽນເກັ່ງ ສືບຕໍ່ຍອດຕົນເອງກ້າວໄປຮຽນຕໍ່ວິຊາຊີບໄດ້ດີໃນຕໍ່ໜ້າ.

ທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄຊປປລ ສສກ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ພ້ອມຄະນະ ໄດ້ນຳເອົາເຄື່ອງນຸ່ງຮົ່ມຈຳນວນຫຼາຍລາຍການ ແລະ ອຸປະກອນການສຶກສາ ລວມມູນຄ່າ 18 ລ້ານກວ່າກີບ ນຳມາມອບໃຫ້ໂຮງຮຽນດັ່ງກ່າວ ໃນຕອນແລງວັນທີ 9 ມີນາ 2023 ໂດຍຕາງໜ້າຮັບເຄື່ອງໂດຍທ່ານ ສົມພອນ ສິດທິພອນ ຮັກສາການຜູ້ອຳນວຍການໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ ມີທ່ານ ຫຸມເພັງ ໂທທິທຳ ຮອງເລຂາພັກ-ລັດເມືອງ, ປະທານກວດກາພັກເມືອງນໍ້າບາກ, ທ່ານ ໄພວັນ ບັນດາສັກ ຮອງເຂລາ ຄຊປປລ ສສກ ທັງເປັນເລຂາຊາວໜຸ່ມ ປປລ ວິທະຍາໄລອ້ອມຂ້າງ ກະຊວງ ສສກ ມີຄະນະບໍລິຫານ ຄຊປປລ ສສກ, ຄະນະອຳນວຍການ, ເລຂາຊາວໜຸ່ມເມືອງ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ ສ້າງຕັ້ງຂຶ້ນ ເມື່ອປີ 1982 ແຕ່ກ່ອນເປັນໂຮງຮຽນສ້າງຄູ ສູນຝຶກວິຊາຊີບ ແລະ ໃນປີ 2012 ໄດ້ປ່ຽນເປັນໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ ໃນສົກຮຽນ 2022-2023 ມີພະນັກງານ ຄູອາຈານ ທັງໝົດ 37 ຄົນ, ຍິງ 18 ຄົນ ແລະ ຄູສອນ 34 ຄົນ, ຍິງ 17 ຄົນ ບໍລິຫານ 3 ຄົນ, ຍິງ 1 ຄົນ ແລະ ອາສາສະໝັກ 2 ຄົນ, ຍິງ 1 ຄົນ ມີນັກຮຽນທັງໝົດ 570 ຄົນ, ຍິງ 261 ຄົນ ນັກຮຽນໃນແຜນມີ 550 ຄົນ, ຍິງ 25 ຄົນ ແລະ ນັກຮຽນນອກແຜນ 20 ຄົນ, ຍິງ 10 ຄົນ ມາຈາກ 5 ເມືອງ ກຄື ເມືອງປາກອູ, ເມືອງນໍ້າບາກ, ເມືອງງອຍ, ເມືອງວຽງຄຳ ແລະ ເມືອງໂພນທອງ ມີຊົນເຜົ່າມອນ-ຂະແມ 353 ຄົນ, ຍິງ 180 ຄົນ, ມົ້ງອຽວມຽນ 206 ຄົນ, ຍິງ 77 ຄົນ ມີສອງຊັ້ນຮຽນ ສຳລັບມັດທະຍົມຕົ້ນ 351 ຄົນ, ຍິງ 165 ຄົນ ສ່ວນມັດທະຍົມປາຍ 303 ຄົນ, ຍິງ 142 ຄົນ ໃນນີ້ ມີນັກຮຽນຄອບຄົວທຸກຈົນ 254 ນ້ອງ, ຍິງ 90 ນ້ອງ ກໍາຟ້າ 10 ນ້ອງ, ຍິງ 9 ນ້ອງ ແລະ ກຳພອຍ 34 ນ້ອງ, ຍິງ 13 ນ້ອງ ນັກຮຽນໃນແຜນຈະໄດ້ຮັບເບ້ຍລ້ຽງຄົນລະ 2 ແສນກີບຕໍ່ເດືອນຕໍ່ຄົນ ພື້ນຖານໂຄງລ່າງຂອງໂຮງຮຽນ ປະກອບມີອາຄານຮຽນ 3 ຫຼັງຖາວອນ ໜຶ່ງຫຼັງມີ 10 ຫ້ອງຮຽນ, ຫ້ອງຮຽນຊົວຄາວ 5 ຫ້ອງຮຽນ, ຫໍພັກນັກຮຽນ 5 ຫຼັງ ຫ້ອງນໍ້າ 24 ຫ້ອງ ແຍກຍິງ-ຊາຍ ມີຫ້ອງອ່ານ 1 ຫ້ອງ, ຫ້ອງອາຫານ 1 ຫຼັງ ເຮືອນຄົວກິນ 1 ຫຼັງ, ຫ້ອງບໍລິຫານ 1 ຫຼັງ ແລະ ສະໂມສອນ 1 ຫຼັງ.

ໃນການນຳເອົາເຄື່ອງມາຊ່ວຍເຫຼືອຂອງ ຄຊປປລ ສສກ ກໍຍັງໄດ້ຮັບຄວາມສະດວກໃນການສະໜັບສະໜູນການຂົນສົ່ງຂອງບໍລິສັດ ຮຸ່ງອາລຸນ ຂົນສົ່ງ ໃນຄັ້ງນີ້ ອີກດ້ວຍ.