ອີຢູ ສະເໜີໃຫ້ປະເທດສະມາຊິກ ປັບຫຼຸດການຂາດດຸນງົບປະມານລົງ

40

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການເອີຣົບ ( EC ) ກຽມສະເໜີໃຫ້ລັດຖະບານຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ( EU ) ທັງ 27 ປະເທດ ກຳນົດເປົ້າໝາຍຫຼຸດການຂາດດຸນງົບປະມານລົງ ໃນປີງົບປະມານ 2024 ໂດຍມີຈຸດປະສົງເພື່ອຜັກດັນໃຫ້ປະເທດສະມາຊິກຫາແນວທາງແກ້ໄຂຫຼຸດງົບປະມານຂາດດຸນ ແລະ ຫຼຸດໜີ້ສາທາລະນະລົງ.

อาจเป็นรูปภาพของ ข้อความ

ໄລຍະຜ່ານມາ ບັນດາປະເທດສະມາຊິກ ອີຢູ ຕ້ອງປະຕິບັດຕາມລະບຽບການເງິນຮ່ວມກັນຢ່າງເຄັ່ງຄັດ ໂດຍໄດ້ກຳນົດໄວ້ວ່າ: ລັດຖະບານຂອງບັນດາປະເທດສະມາຊິກຕ້ອງຫຼຸດໜີ້ສິນລົງ 1 ໃນ 20 ຂອງສ່ວນທີ່ເກີນກວ່າ 60% ຂອງລວມຍອດຜະລິດຕະພັນພາຍໃນປະເທດ ( ໝາຍຄວາມວ່າທຸກປະເທດຈຳເປັນຕ້ອງຫຼຸດໜີ້ສິນລົງ 1/20 ຂອງໜີ້ສິນທີ່ເກີນ 60% ) ໃຫ້ໄດ້ໃນແຕ່ລະປີ ແລະ ຕ້ອງຮັກສາການຂາດດຸນງົບປະມານໃຫ້ຕ່ຳກວ່າ 3% ຂອງ GDP ແຕ່ລະບຽບດັ່ງກ່າວ ໄດ້ຖືກຢຸດຕິໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ – 19 ຈົນມາຮອດປີ 2022 ເນື່ອງຈາກເສດຖະກິດຂອງ ອີຢູ ຍັງປະເຊີນກັບຄວາມທ້າທາຍຄັ້ງໃຫຍ່.