ສາວລາວ ຢູ 20 ໄລ່ຕີສະເໝີ ຮົງກົງ ເກັບ 1 ຄະແນນເປີດຄັດບານເຕະຍິງອາຊີ 2024

74

ທີມຊາດລາວ ຍິງລາວ ຮຸ່ນອາຍຸບໍ່ເກີນ 20 ປີລົງສະໜາມນັດທໍາອິດໃນວັນທີ 8 ມີນາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໄລ່ຕີສະເໝີ ຮົງກົງ 2-2 ໃນການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ( AFC U20 WOMEN’S ASIAN CUP 2024 ROUND 1 ) ກຸ່ມ A.

ນັດດັ່ງກ່າວ ທີມຊາດຍິງລາວ ຢູ 20 ຈັດຜູ້ຫຼິ້ນຊຸດໃຫຍ່ລົງສະໜາມ ປາກົດວ່າ: ເລີ່ມການແຂ່ງຂັນພຽງ 4 ນາທີ ໃຈຄໍາ ໄຊຍະປະເສີດ ກອງໜ້າຕົວເກັ່ງຂອງທີມຊາດຍິງລາວ ໄດ້ໂອກາດຫຼຸດດ່ຽວກ່ອນຍິງຕິດມືຜູ້ຮັກສາປະຕູຮົງກົງ ກ່ອນແລ່ນໄປຊໍ້າເຂົ້າໄປຊ່ວຍໃຫ້ ທີມຊາດຍິງລາວ ຂຶ້ນນໍາຢ່າງໄວວາ 1-0, ກ່ອນທີ່ ຮົງກົງ ຈະມາໄດ້ປະຕູຕີສະເໝີ 1-1 ໃນນາທີໆ 14, ສ່ວນໄລຍະເວລາທີ່ເຫຼືອຂອງເຄິ່ງເວລາທໍາອິດ ຮົງກົງ ເໜືອກວ່າເລັກໜ້ອຍ, ແຕ່ບໍ່ມີປະຕູເກີດຂຶ້ນສະເໝີກັນ 1-1.

ສ່ວນເຄິ່ງເວລາທີ 2 ທັງສອງທີມມີໂອກາດສູສີກັນ ໂດຍສະເພາະ ທີມຊາດຍິງລາວ ມີໂອກາດຫຼຸດດ່ຽວຫຼາຍຄັ້ງ ແຕ່ຍັງບໍ່ສາມາດປ່ຽນເປັນປະຕູໄດ້ ຈົນມາເຖິງນາທີໆ 80 ຮົງກົງ ໄດ້ປະຕູຂຶ້ນນໍາ 2-1 ຈາກຈຸດໂທດ, ແຕ່ອີກ 6 ນາທີຕໍ່ມາ ທີມຊາດລາວ ໄດ້ປະຕູຕີສະເໝີຈາກຜູ້ຮັກສາປະຕູຂອງ ຮົງກົງ ປັດບານພາດບານມາເຂົ້າທາງຂອງ ສີສະອາດ ອໍາໄພລາດ ກ່ອນຈົບການແຂ່ງຂັນສະເໝີກັນ 2-2 ແບ່ງໄປທີມລະ 1 ຄະແນນ.

ຈາກຜົນດັ່ງກ່າວເຮັດໃຫ້ ສປ ຈີນ ຢຶດທີມນໍາຕາຕະລາງຄະແນນຫຼັງນັດທໍາອິດຖະຫຼົ່ມ ຟິລິບປິນ 6-0 ເກັບ 3 ຄະແນນ, ສ່ວນ ທີມຊາດລາວ ແລະ ຮົງກົງ ມີ 1 ຄະແນນເທົ່າກັນ ແລະ ອັນດັບ 4 ຟິລິບປິນ ຍັງບໍ່ມີຈັກຄະແນນຈາກ 1 ນັດ.

ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ແຂ່ງຂັນລະຫວ່າງ ວັນທີ 8-12 ມີນາ 2023 ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງນັດຕໍ່ໄປຂອງ ທີມຊາດລາວ ມີດັ່ງນີ້:
– ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
– ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ຂ່າວ: Larh Creators; ຮູບຈາກ: ສຕລ