ອີໂວ້ ສືບຕໍ່ພັດທະນາວົງການກີລາລາວເຊັນສັນຍາສະໜັບສະໜູນ 10 ກວ່າພາກສ່ວນຢ່າງເປັນທາງການ

96

ອີໂວ້ ສູນຈໍາໜ່າຍເຄື່ອງກີລາທີ່ເປັນຜະລິດຕະພັນຂອງຄົນລາວ 100% ສືບຕໍ່ສົ່ງເສີມ ແລະ ພັດທະນາວົງການກີລາລາວຢ່າງຕໍ່ເນື່ອງ ຫຼ້າເມື່ອວັນທີ 28 ກຸມພາ 2023 ທີ່ ອີໂວ້ ສາຂາ ສີດໍາດວນ ນະຄອນຫຼວງວງຽງຈັນ ໄດ້ເຊັນສັນຍາສະໜັບສະໜູນວົງການກີລາລາວຢ່າງເປັນທາງການ 10 ກວ່າພາກສ່ວນ ແລະ ນັກກີລາ+ນັກຮ້ອງ+ນັກສະແດງອີກຫຼາຍຄົນ ປະຈໍາປີ 2023.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມລົງນາມເຊັນສັນຍາໂດຍ ທ່ານ ບູ້ສະໄໝ ບຸດທະວົງ ອຳນວຍການຝ່າຍການຕະຫຼາດ-ການຂາຍ ອີໂວ້ ສູນຈໍາໜ່າຍເຄື່ອງກີລາຂອງຄົນລາວ 100% ພ້ອມດ້ວຍຄະນະທີ່ປຶກສາ ແລະ ອໍານວຍການຝ່າຍການຜະລິດ ເຊັນສັນຍາກັບພາກສ່ວນຕ່າງ ບໍ່ວ່າຈະເປັນ ສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນແລ່ນ-ລານແຫ່ງຊາດລາວ, ສະຫະພັນອີສະປອດແຫ່ງຊາດລາວ, ສະຫະພັນເປຕັງແຫ່ງຊາດລາວ ແລະ ສະໂມສອບານເຕະໃນລາວລີກ ລວມເຖິງພາກສ່ວນອື່ນໆເກືອບ 20 ພາກສ່ວນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີ່ພິຍານ.

ໂອກາດດັ່ງກ່າວ ທ່ານ ບູ້ສະໄໝ ບຸດທະວົງ ອຳນວຍການຝ່າຍການຕະຫຼາດ-ການຂາຍ ອີໂວ້ ສູນຈໍາໜ່າຍ ກ່າວວ່າ: ດັ່ງທີ່ຮູ້ໃນຫຼາຍໆປີທີ່ຜ່ານມາ ອີໂວ້ ກໍໃຫ້ການສະໜັບສະໜູນ ແລະ ຄຽງຄູ່ກັບວົງການກີລາລາວ ຮ່ວມເປັນສ່ວນໜຶ່ງໃນການພັດທະນານັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ ແລະ ແນ່ນອນມາເຖິງປັດຈຸບັນປີ 2023 ພວກເຮົາກໍສືບຕໍ່ພັດທະນາວົງການກີລາລາວ ໂດຍພວກເຮົາມີວິໄສທັດປີ 2023 ແມ່ນ “ ສູນພະລິດ ແລະ ຈໍາໜ່າຍເຄື່ອງກີລາ ອັນດັບ 1 ຂອງປະເທດ ທີ່ຄົນຊົມໃຊ້ຫຼາຍທີ່ສຸດ ”, ສ່ວນ ຈຸດປະສົງ ແລະ ເປົ້າໝາຍ ມີດັ່ງນີ້:

-ເປັນສູນຈໍາໜ່າຍເຄື່ອງກີລາອັນດັບ 1 ຂອງປະເທດ
-ຍົກລະດັບແບຣນ ໃຫ້ເປັນພຣີມຽນ
-ສ້າງແບຣນໃຫ້ເຂົ້າສູ່ຕະຫຼອດແຟຊັນ
-ສະໜອງສິນຄ້າໃຫ້ພຽງພໍກັບຕະຫຼາດໃນທົ່ວປະເທດ
-ສ້າງໂຕແທນໃຫ້ຫຼາຍຂຶ້ນໃຫ້ໄດ້ທັງໝົດ 50 ຮ້ານຄ້າທົ່ວປະເທດ

-ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ໂດຍສະເພາະ ເຄື່ອງແຟຊັນ ແລະ ອຸປະກອນກີລາ
-ສ້າງແບຣນຄຽງຄູ່ກັບ ຜູ້ທີ່ມີອິດທິພົນທາງສັງຄົມ ( KOL ແລະ KOC ) ບັນດາກິດຈະກໍາທີ່ມີຜົນກະທົບດ້ານດີຕໍ່ສັງຄົມວົງກວ້າງ
-ສົ່ງຜະລິດຕະພັນຂາຍໃນ 5 ປະເທດທົ່ວໂລກເຊັ່ນ: ສະຫະລັດອາເມຣິກາ, ສປ ຈີນ, ຫວຽດນາມ, ສິງກະໂປ ແລະ ໄທ
-ສ້າງພາບລັກເປັນແບຣນລາວອັນດັບ 1 ແລະ ມີສ່ວນຮ່ວມກັບວົງການກີລາລາວ.

ສໍາລັບ ໃນທ້າຍພິທີ ອີໂວ້ ໄດ້ມີການລົງນາມເຊັນສັນຍາກັບພາກສ່ວນຕ່າງໆຄື: ສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນບານແລ່ນ-ລານແຫ່ງຊາດລາວ, ສະຫະພັນອີສະປອດແຫ່ງຊາດລາວ, ສະຫະພັນເປຕັງແຫ່ງຊາດລາວ, ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ, ສະໂມສອນບານເຕະ ຈໍາປາສັກ ເອັຟຊີ, ສະໂມສອນບານເຕະ ວຽງຈັນ ເອັຟຊີ, ທີມ ອີໂວ້ ອີສະປອດ, ທີມອີຣັນ, ພະແນກຂ່າວພາຍໃນ ໂທລະພາບແຫ່ງຊາດ ແລະ ຜູ້ສ້າງແຮງຈູໃຈ ( Influencer ).

ນອກນັ້ນ, ກໍຍັງລົງເຊັນສັນຍາສະໜັບສູນສູນບຸກຄົນກໍຄື: ນັກກີລາ, ນັກຮ້ອງ ແລະ ນັກສະແດງລາວບໍ່ເຊັ່ນ: ທ່ານ ຄໍາພຸດ ສົມບູນ ( ຕູ້ພຸດ ), ທ່ານ ອານຸສັນ ໄຊສາ ນັກແລ່ນ-ລານ, ວິລະພອນ ພຸດທະວົງ ນັກແຂ່ງລົດຖີບຄົນພິການ, ວຽງນະຄອນ ປານນຸວົງ, ອາທິສັກ ຣັຕະນະວົງ ນັກຮ້ອງ, ແກ້ວວຽງເພັດ ລິດທິເດດ ນັກເຕະ, ແສງພະຈັນ ບຸນທິສານ ນັກເຕະ, ບຸນທະວີ ສີປະສົງ ນັກເຕະ, ພູມຊະນະ ສີລິວົງສາ ນັກຮ້ອງ-ນັກສະແດງ, ແກ້ວອຸດອນ ສຸວັນນະສັງໂສ ນັກເຕະ, ນາງ ໂບລີ້ງ ດວງຄີລີ ນັກເຕະຍິງທີມຊາດລາວ, ນາງ ຕຸກຕາ ມຸກດາ, ພູວຽງ ພູມສະຫວັດ ນັກເຕະ ແລະ ພັດທະນາ ພົມມະເທບ ນັກເຕະ.

ຂ່າວ-ຮູບ: Larh Creators