ສະຫຼຸບ ການຈັດຕັ້ງປະຕິບັດວຽກງານ (ຄລຫວ) ແລະ (ຄລຈ) ປະຈໍາປີ 2022 ແລະ ທິດທາງແຜນການ 2023

170

ໃນວັນທີ 28 ກຸມພາ ຫາ 1 ມີນາ 2023.ຄະນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ ຮ່ວມກັນຈັດກອງປະຊຸມສະຫຼຸບຕີລາ ການຈັດຕັ້ງປະຕິບັດວຽກງານຂອງ ຄະນະກຳມະການຮ່ວມມືລາວ-ຫວຽດນາມ, ລາວ-ຈີນ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023.


ໂດຍການເປັນປະທານກອງປະຊຸມຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງ (ຜທ) ທັງເປັນປະທານ ຄະນະກຳມະການຮ່ວມມືລາວ-ຫວຽດນາມ (ຄລຫວ) ແລະ ປະທານຄະນະກຳມະການຮ່ວມມື ລາວ-ຈີນ (ຄລຈ), ພ້ອມມີບັນດາທ່ານ ຮອງລັດຖະມົນຕີ ຈາກກະຊວງ ແລະ ອົງການລັດທຽບເທົ່າ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ຮອງເຈົ້າແຂວງ ທີ່ປະກອບເປັນຄະນະກຳມະການຮ່ວມມືລາວ-ຫວຽດນາມ, ລາວ-ຈີນ ແລະ ຕາງໜ້າຈາກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ຜທ, ທັງເປັນປະທານ (ຄລຫວ) ແລະ ປະທານ (ຄລຈ) ກ່າວບາງຕອນວ່າ: ກອງປະຊຸມມື້ນີ້ແມ່ນມີຄວາມໝາຍສຳຄັນຫຼາຍ ເພາະຈະໄດ້ທົບທວນຄືນວຽກງານການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ການຮ່ວມມືທີ່ເປັນຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ ແລະ ຈີນ ໃນ 1 ປີຜ່ານມາ ພ້ອມທັງກຳນົດເປົ້າໝາຍແຜນການຮ່ວມມືໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຫຼາຍຂຶ້ນ ເຊິ່ງໃນປັດຈຸບັນ ສະພາບການຂອງໂລກ ແລະ ພາກພື້ນ ແມ່ນຍັງສືບຕໍ່ຜັນແປໄປຢ່າງຄາດເດົາໄດ້ຍາກ, ສະພາບການຢູ່ພາຍໃນປະເທດ ຍັງສືບຕໍ່ພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງໜັກໜ່ວງ, ມັນຮຽກຮ້ອງໃຫ້ອ້າຍນ້ອງພະນັກງານຂອງພວກເຮົາ ຕ້ອງມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການຫຼາຍຂຶ້ນໃນການສຸມທຸກເຫື່ອແຮງ, ສະຕິປັນຍາ ເພື່ອຍາດແຍ່ງເອົາທຶນຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ ສສ.ຫວຽດນາມ ແລະ ປະເທດຄູ່ຮ່ວມຊະຕາກຳ ສປ ຈີນ.


ຈຸດປະສົງກອງປະຊຸມຂອງພວກເຮົາໃນມື້ນີ້ ແມ່ນຈະໄດ້ລົງເລິກ, ທົບທວນຕີລາຄາການຈັດຕັ້ງປະຕິບັດວຽກງານຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ກັບ ສປ ຈີນ ແລະ ການຮ່ວມມືຮອບດ້ານ ກັບ ສສ ຫວຽດນາມ ເພື່ອສະຫຼຸບຕີລາຄາຈຸດດີ, ໝາກຜົນທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ, ຈາກນັ້ນຖອດຖອນເປັນບົດຮຽນ ແລະ ຮ່ວມກັນຊອກຫາມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ ພ້ອມທັງກຳນົດທິດທາງແຜນການຮ່ວມມື ໃນປີ 2023 ໃຫ້ມີຄວາມສອດຄ່ອງກັບສະພາບການໃໝ່ ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ, ລາວ-ຈີນ ນັບມື້ມີຄວາມເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນ, ເຂົ້າສູ່ລວງເລິກ ແລະ ແທດເໝາະຕົວຈິງ.

ພ້ອມນີ້ກອງປະຊຸມໄດ້ສະຫຼຸບຕີລາຄາ ແລະ ໝາກຜົນຂອງການຮ່ວມມືຮອບດ້ານ ກັບ ສສ ຫວຽດນາມ ໃນປີ 2022 ຜ່ານມາ ອັນທີ່ພົ້ນເດັ່ນແມ່ນສາມາດຈັດຕັ້ງປະຕິບັດສໍາເລັດ 7 ໂຄງການ ມີ: ໂຮງຮຽນນາຍສິບທະຫານແຂວງໄຊສົມບູນ; ປັບປຸງ, ຍົກລະດັບອະນຸສອນສະຖານ ປະທານໂຮ່ຈິມິນ ຢູ່ແຂວງຄຳມ່ວນ; ໂຄງການແບ່ງເຂດກະສິກໍາ ຢູ່ສອງແຂວງຫົວພັນ ແລະ ຊຽງຂວາງ; ການປ່ຽນໃໝ່ອຸປະກອນເຕັກໂນໂລຊີ ຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ; ໂຄງການກໍ່ສ້າງສະຖາບັນການເງິນດົງຄໍາຊ້າງ ໄລຍະ 3; ໂຄງການຊ່ວຍໜູນສະຖາບັນຍຸຕິທໍາລາວ; ຍົກລະດັບ ແລະ ສ້ອມແປງໂຄງການຊົນລະປະທານນໍ້າລ້ອງ, ເມືອງສົບເບົາ, ແຂວງຫົວພັນ. ຄຽງຄູ່ກັນນັ້ນ, ໂຄງການໂຮງຮຽນວິຊາຊີບຄໍາມ່ວນ (ຂອງຂັວນຂອງປະທານປະເທດ ຫງວຽນ ຊັວນ ຟຸກ) ເຊິ່ງເຖິງວ່າຫາກໍ່ລົງມືກໍ່ສ້າງໃນຕົ້ນປີ 2022 ແຕ່ມີຄວາມຄືບໜ້າໄວ, ທັນມອບ-ຮັບ ພາຍໃນປີ.


ສໍາລັບການຈັດຕັ້ງປະຕິບັດວຽກງານຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນປີ 2022 ກໍ່ໄດ້ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ມີໂຄງການຊ່ວຍເຫຼືອລ້າທີ່ຈັດຕັ້ງປະຕິບັດສໍາເລັດທັງໝົດ 5 ໂຄງການ; ມີໂຄງການທີ່ພວມດໍາເນີນການກໍ່ສ້າງ ຫຼື ພວມຈັດຕັ້ງປະຕິບັດ ທັງໝົດ 23 ໂຄງການ; ແລະ ມີໂຄງການທີ່ໄດ້ສະເໜີຂໍການພິຈາລະນາອະນຸມັດນໍາຝ່າຍຈີນແລ້ວ ທັງໝົດ 17 ໂຄງການ. ນອກນັ້ນ ໃນປີ 2022 ກໍຍັງມີການຮ່ວມມືໃນການຈັດຝຶກອົບຮົມຜ່ານລະບົບທາງໄກ ລວມທັງໝົດ 17 ຫົວຂໍ້ເຊິ່ງມີແກ່ພະນັກງານຫຼັກແຫຼ່ງ ຈາກ ບັນດາກະຊວງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່່ກຽວຂ້ອງ ເຂົ້າຮ່ວມ ລວມທັງໝົດ 289 ເທື່ອຄົນ.

ບັນດາຜົນສໍາເລັດດັ່ງກ່າວ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນດ້ານການສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ; ນອນນັ້ນ, ກອງປະຊຸມ ຍັງໄດ້ຕີລາຄາຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆ ພ້ອມທັງຖອດຖອນບົດຮຽນ ແນໃສ່ຊອກຫາມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ ໂດຍກໍານົດທິດທາງແຜນການຮ່ວມມື ໃນປີ 2023 ໃຫ້ມີຄວາມສອດຄ່ອງກັບສະພາບການໃໝ່ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລາວ-ຫວຽດນາມ, ລາວ-ຈີນ.