ແຈ້ງການ ປັບໂຄງສ້າລາຄາໄຟຟ້າໃໝ່ (ຍົກເວັ້ນພາກທີ່ຢູ່ອາໄສ) ນັບແຕ່ເດືອນກຸມພາ ເປັນຕົ້ນໄປ

135

ພາຍຫຼັງກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ອອກແຈ້ງການ ເລກທີ: 0351ຟຟລ.ຝທກ-ກງ, ລົງວັນທີ 3 ກຸມພາ 2023 ເຖິງຜູ້ຊົມໃຊ້ໄຟຟ້າ ໃນຂອບເຂດທົ່ວປະເທດ ກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ສະເພາະພາກບໍ່ແມ່ນທີ່ຢູ່ອາໄສ ນັບແຕ່ເດືອນ ກຸມພາ ປີ 2023 ເປັນຕົ້ນໄປ.


ອີງຕາມ ມາດຕາ: 87 ແລະ ມາດຕາ: 92 ຂອງ ກົດຫມາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ສະບັບເລກທີ 13/ ສພຊ, ລົງວັນທີ 09 ພຶດສະພາ 2017; ອີງຕາມແຈ້ງການ ຂອງ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ສະບັບເລກທີ 289/ນຍ.ຫກ, ລົງວັນທີ 27 ມັງກອນ 20023. ດັ່ງນັ້ນ; ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈຶ່ງແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດເພື່ອຮັບຊາບດັ່ງນີ້: ຟຟລ ເປັນລັດວິສາຫະກິດຫນຶ່ງ ທີ່ມີຄວາມຮັບຜິດຊອບໃນການສະໜອງພະລັງງານໄຟຟ້າ ຮັບໃຊ້ສັງຄົມໃຫ້ ພຽງພໍ ແລະ ທົ່ວເຖິງ, ເຊິ່ງມາຮອດປັດຈຸບັນ ຟຟລ ໄດ້ຮັບນະໂຍບາຍຈາກລັດຖະບານ ໃຫ້ປັບປຸງໂຄງສ້າງ ແລະ ຫົວຫນ່ວຍລາຄາຈໍາໜ່າຍໄຟຟ້າ ພາກບໍ່ແມ່ນທີ່ຢູ່ອາໄສ ນັບແຕ່ເດືອນກຸມພາ ປີ 2023 ເປັນຕົ້ນໄປ ກໍຄື:

ພາກແຮງດັນຕ່ຳ 0,4 ກວ, ເຊິ່ງປະກອບມີ: 1) ອົງການຈັດຕັ້ງສາກົນ ລາຄາໄຟໃນປັດຈຸບັນ 1.448 ກີບ/ກິໂລວັດໂມງ ເປັນ 1.946 ກີບ/ກິໂລວັດໂມງ ໃນໄລຍະເດືອນ 2-5, ເພີ່ມເປັນ 2.053 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເປັນ 2.160 ກີບ/ກິໂລວັດໂມງ ໃນເດືອນ 9-12 ປີ 2023; 2) ທຸລະກິດທົ່ວໄປ, ໄຟຟ້າສຳຮອງ ແລະ ໄຟຟ້າຊົ່ວຄາວ ປັດຈຸບັນລາຄາໄຟແມ່ນ 1.123 ກີບ/ກິໂລວັດໂມງ ເຊິ່ງຈະເພີ່ມເປັນ 1.509 ກີບ/ກິໂລວັດໂມງ ໃນເດືອນ 2-5, ເປັນ 1.592 ກີບ/ກິໂລວັດໂມງໃນເດືອນ 6-8 ແລະ 1.675 ກີບ/ກິໂລວັດໂມງ ໃນເດືອນ 9-12 ປີ 2023; 3) ທຸລະກິດການສຶກສາ ແລະ ກີລາ, ໃນນີ້ ສະເພາະ ທຸລະກິດການສຶກສາ ລາຄາປັດຈຸບັນແມ່ນ 882 ກີບ/ກິໂລວັດໂມງ ແຕ່ຈະເພີ່ມເປັນ 1.163 ກີບ/ກິໂລວັດໂມງ ໃນເດືອນ 2-5, ຈະເພີ່ມເປັນ 1.223 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ 1.283 ກີບ/ກິໂລວັດໂມງ ຢູ່ເດືອນ 9-12. ສ່ວນທຸລະກິດກີລາ ປັດຈຸບັນແມ່ນ 882 ກີບ/ກິໂລວັດໂມງ ຈະເພີ່ມເປັນ 1.390 ກີບ/ກິໂລວັດໂມງ ໃນເດືອນ 2-5, ເພີ່ມເປັນ 1.499 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເພີ່ມເປັນ 1.608 ກີບ/ກິໂລວັດໂມງ ໃນເດືອນ 9-12 ປີ 2023; 4) ທຸລະກິດບັນເທີງ ປັດຈຸບັນ ລາຄາຢູ່ທີ 1.487 ກີບ/ກິໂລວັດໂມງ ຈະເພີ່ມເປັນ 2.012 ກີບ/ກິໂລວັດໂມງ ໃນເດືອນ 2-5, ເປັນ 2.125 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເພີ່ມເປັນ 2.237 ກີບ/ກິໂລວັດໂມງ ໃນເດືອນ 9-12; 5) ສຳນັກງານລັດບໍລິຫານ ລາຄາ ປັດຈຸບັນ 882 ກີບ/ກິໂລວັດໂມງ ຈະເພີ່ມເປັນ 1.187 ກີບ/ກິໂລວັດໂມງ ໃນເດືອນ 2-5, ເພີ່ມເປັນ 1.253 ກີບ/ກິໂລວັດໂມງ ຢູ່ເດືອນ 6-8 ແລະ 1.318 ກີບ/ກິໂລວັດໂມງ ໃນເດືອນ 9-12; 6) ກະສິກຳ ແລະ ຊົນລະປະທານ ປະກອບດ້ວຍ ຊົນລະປະທານ ແລະ ກະສິກຳແບບຕົວເຮືອນ ລາຄາໃນປັດຈຸບັນ ແມ່ນ 537 ກີບ/ກິໂລວັດໂມງ ເພີ່ມເປັນ 926 ກີບ/ກິໂລວັດໂມງ ໃນເດືອນ 2-5, ເປັນ 1.009 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເປັນ 1.092 ໃນເດືອນ 9-12, ສ່ວນທຸລະກິດກະສິກຳ ເພື່ອການຄ້າ ຈາກລາຄາປັດຈຸບັນ 537 ກີບ/ກິໂລວັດໂມງ ເພີ່ມເປັນ 1.110 ກີບ/ກິໂລວັດໂມງ ໃນເດືອນ 2-5 ເປັນ 1.233 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເປັນ 1.356 ກີບ/ກິໂລວັດໂມງ ໃນເດືອນ 9-12; 7) ອຸດສາຫະກຳ ປຸງແຕ່ງທົ່ວໄປ ຈາກລາຄາປັດຈຸບັນ 795 ກີບ/ກິໂລວັດໂມງ ເພີ່ມເປັນ 1.295 ໃນເດືອນ 2-5, ເພີ່ມເປັນ 1.402 ໃນເດືອນ 6-8 ແລະ ເພີ່ມເປັນ 1.509 ກີບ/ກິໂລວັດໂມງ ໃນເດືອນ 9-12; ສ່ວນໂຮງງານປຸງແຕ່ງກະສະກຳ ຈາກ 795 ກີບ/ກິໂລວັດໂມງ ເພີ່ມເປັນ 1.272 ໃນເດືອນ 2-5, ເພີ່ມອີກ 1.375 ໃນເດືອນ 6-8 ແລະ ເປັນ 1.477 ກີບ/ກິໂລວັດໂມງ ໃນເດືອນ 9-12.


ສຳລັບ ພາກໄຟຟ້າແຮງກາງ 22 ກວ ຄື: 1). ອົງການຈັດຕັ້ງສາກົນ ລາຄາໄຟໃນປັດຈຸບັນ 1.448 ກີບ/ກິໂລວັດໂມງ ເປັນ 1.764 ກີບ/ກິໂລວັດໂມງ ໃນໄລຍະເດືອນ 2-5, ເພີ່ມເປັນ 1.832 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເປັນ 1.900 ກີບ/ກິໂລວັດໂມງ ໃນເດືອນ 9-12 ປີ 2023; 2). ທຸລະກິດທົ່ວໄປ, ໄຟຟ້າສຳຮອງ ແລະ ໄຟຟ້າຊົ່ວຄາວ ປັດຈຸບັນລາຄາໄຟແມ່ນ 954 ກີບ/ກິໂລວັດໂມງ, ເຊິ່ງຈະເພີ່ມເປັນ 1.318 ກີບ/ກິໂລວັດໂມງ ໃນເດືອນ 2-5, ເປັນ 1.396 ກີບ/ກິໂລວັດໂມງໃນເດືອນ 6-8 ແລະ 1.474 ກີບ/ກິໂລວັດໂມງ ໃນເດືອນ 9-12; 3). ທຸລະກິດການສຶກສາ ແລະ ກີລາ, ໃນນີ້ ສະເພາະທຸລະກິດການສຶກສາ ລາຄາປັດຈຸບັນແມ່ນ 749 ກີບ/ກິໂລວັດໂມງ ແຕ່ຈະເພີ່ມເປັນ 1.015 ກີບ/ກິໂລວັດໂມງ ໃນເດືອນ 2-5, ຈະເພີ່ມເປັນ 1.072 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ 1.129 ກີບ/ກິໂລວັດໂມງ ຢູ່ເດືອນ 9-12. ສ່ວນທຸລະກິດກີລາ ປັດຈຸບັນແມ່ນ 749 ກີບ/ກິໂລວັດໂມງ ຈະເພີ່ມເປັນ 1.215 ກີບ/ກິໂລວັດໂມງ ໃນເດືອນ 2-5, ເພີ່ມເປັນ 1.315 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເພີ່ມເປັນ 1.415 ກີບ/ກິໂລວັດໂມງ ໃນເດືອນ 9-12; 4). ທຸລະກິດບັນເທີງ ປັດຈຸບັນ ລາຄາຢູ່ທີ 1.413 ກີບ/ກິໂລວັດໂມງ, ຈະເພີ່ມເປັນ 1.802 ກີບ/ກິໂລວັດໂມງ ໃນເດືອນ 2-5, ເປັນ 1.886 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເພີ່ມເປັນ 1.969 ກີບ/ກິໂລວັດໂມງ ໃນເດືອນ 9-12; 5) ສຳນັກງານລັດບໍລິຫານ ລາຄາ ປັດຈຸບັນ 749 ກີບ/ກິໂລວັດໂມງ ຈະເພີ່ມເປັນ 1.037 ກີບ/ກິໂລວັດໂມງ ໃນເດືອນ 2-5, ເພີ່ມເປັນ 1.098 ກີບ/ກິໂລວັດໂມງ ຢູ່ເດືອນ 6-8 ແລະ 1.160 ກີບ/ກິໂລວັດໂມງ ໃນເດືອນ 9-12; 6) ກະສິກຳ ແລະ ຊົນລະປະທານ ປະກອບດ້ວຍ ຊົນລະປະທານ ແລະ ກະສິກຳແບບຕົວເຮືອນ ລາຄາໃນປັດຈຸບັນ ແມ່ນ 457 ກີບ/ກິໂລວັດໂມງ ເພີ່ມເປັນ 810 ກີບ/ກິໂລວັດໂມງ ໃນເດືອນ 2-5, ເປັນ 885 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເປັນ 961 ໃນເດືອນ 9-12, ສ່ວນທຸລະກິດກະສິກຳ ເພື່ອການຄ້າ ຈາກລາຄາປັດຈຸບັນ 457 ກີບ/ກິໂລວັດໂມງ ເພີ່ມເປັນ 1.061 ກີບ/ກິໂລວັດໂມງ ໃນເດືອນ 2-5 ເປັນ 1.191 ກີບ/ກິໂລວັດໂມງ ໃນເດືອນ 6-8 ແລະ ເປັນ 1.320 ກີບ/ກິໂລວັດໂມງ ໃນເດືອນ 9-12; 7) ອຸດສາຫະກຳ ປຸງແຕ່ງທົ່ວໄປ ຈາກລາຄາປັດຈຸບັນ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.149 ໃນເດືອນ 2-5, ເພີ່ມເປັນ 1.239 ໃນເດືອນ 6-8 ແລະ ເພີ່ມເປັນ 1.329 ກີບ/ກິໂລວັດໂມງ ໃນເດືອນ 9-12, ສ່ວນໂຮງງານປຸງແຕ່ງກະສິກຳ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.128 ໃນເດືອນ 2-5, ເພີ່ມອີກ 1.213 ໃນເດືອນ 6-8 ແລະ ເປັນ 1.299 ກີບ/ກິໂລວັດໂມງ ໃນເດືອນ 9-12, ອຸດສາກະກຳຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.471 ໃນເດືອນ 2-5, ເພີ່ມອີກ 1.631 ໃນເດືອນ 6-8 ແລະ ເປັນ 1.790 ກີບ/ກິໂລວັດໂມງ ໃນເດືອນ 9-12, ເຂດເສດຖະກິດພິເສດ ແລະ ນິຄົມ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.255 ໃນເດືອນ 2-5, ເພີ່ມອີກ 1.369 ໃນເດືອນ 6-8 ແລະ ເປັນ 1.482 ກີບ/ກິໂລວັດໂມງ ໃນເດືອນ 9-12.


ສ່ວນພາກແຮງດັນສູງ 115 ກວ ຂຶ້ນໄປ ຄື: ທຸລະກິດທົ່ວໄປ, ໄຟຟ້າສຳຮອງ ແລະ ໄຟຟ້າຊົ່ວຄາວ ຈາກລາຄາປັດຈຸບັນ 954 ກີບ/ກິໂລວັດໂມງ ເພີ່ມເປັນ 1.267 ໃນເດືອນ 2-5, ເພີ່ມອີກ 1.334 ໃນເດືອນ 6-8 ແລະ ເປັນ 1.401 ກີບ/ກິໂລວັດໂມງ ໃນເດືອນ 9-12; ອຸດສາຫະກຳ ເຊັ່ນ: ອຸດສາຫະກຳປຸງແຕ່ງທົ່ວໄປ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.121 ໃນເດືອນ 2-5, ເພີ່ມອີກ 1.205 ໃນເດືອນ 6-8 ແລະ ເປັນ 1.289 ກີບ/ກິໂລວັດໂມງ ໃນເດືອນ 9-12; ໂຮງງານປຸງແຕ່ງກະສິກຳ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.083 ໃນເດືອນ 2-5, ເພີ່ມອີກ 1.159 ໃນເດືອນ 6-8 ແລະ ເປັນ 1.235 ກີບ/ກິໂລວັດໂມງ ໃນເດືອນ 9-12; ອຸດສາຫະກຳຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.434 ໃນເດືອນ 2-5, ເພີ່ມອີກ 1.585 ໃນເດືອນ 6-8 ແລະ ເປັນ 1.736 ກີບ/ກິໂລວັດໂມງ ໃນເດືອນ 9-12; ເຂດເສດຖະກິດພິເສດ ແລະ ນິຄົມ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.206 ໃນເດືອນ 2-5, ເພີ່ມອີກ 1.309 ໃນເດືອນ 6-8 ແລະ ເປັນ 1.411 ກີບ/ກິໂລວັດໂມງ ໃນເດືອນ 9-12; ທາງລົດໄຟຄວາມໄວສູງ ຈາກ 728 ກີບ/ກິໂລວັດໂມງ ເພີ່ມເປັນ 1.301 ໃນເດືອນ 2-5, ເພີ່ມອີກ 1.424 ໃນເດືອນ 6-8 ແລະ ເປັນ 1.547 ກີບ/ກິໂລວັດໂມງ ໃນເດືອນ 9-12.


ສະເພາະ ອັດຕາລາຄາໄຟນີ້ ຈະບໍ່ໄດ້ນໍາໃຊ້ສໍາລັບ ໂຄງການທີ່ ຟຟລ ຊື້ໄຟຈາກຕ່າງປະເທດໂດຍກົງເພື່ອມາ ສະໜອງໃຫ້, ອັດຕາລາຄາໄຟນີ້ ແມ່ນຍັງບໍ່ໄດ້ລວມອາກອນມູນຄ່າເພີ່ມ ຕາມທີ່ກົດໝາຍກໍານົດ; ສໍາລັບ ທາງລົດໄຟຄວາມໄວສູງ ແມ່ນຍັງບໍ່ໄດ້ລວມຄ່າຜ່ານສາຍສົ່ງ ທີ່ມີສັນຍາສະເພາະຕ່າງຫາກ; ລາຍລະອຽດກ່ຽວກັບ ນິຍາມແຕ່ລະປະເພດລູກຄ້າ ຕາມເອກະສານຄັດຕິດ; ໂຄງສ້າງ ແລະ ລາຄາໄຟຟ້ານີ້ ແມ່ນ ເລີ່ມຈັດຕັ້ງປະຕິບັດນັບແຕ່ຮອບໃບບິນເດືອນມີນາ (ເປັນພະລັງງານຊົມໃຊ້ຂອງເດືອນກຸມພາ) ປີ 2023 ເປັນຕົ້ນໄປ ແລະ ນຳໃຊ້ຈົນກວ່າຈະມີແຈ້ງການປັບປຸງຄັ້ງຕໍ່ໄປ.


ເຊິ່ງແຜນການປັບປຸງໂຄງສ້າງ ແລະ ອັດຕາລາຄາໄຟຟ້າໃໝ່ ແມ່ນຈະປັບ 8 ປະເພດ (ຍົກເວັ້ນ ປະເພດຜູ້ຊົມໃຊ້ ທີ່ຢູ່ອາໄສ ທີ່ບໍ່ໄດ້ປັບປຸງ) ດັ່ງນີ້: 1) ປະເພດທູດ ແລະ ອົງການຈັດຕັ້ງສາກົນ; 2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ; 3) ປະເພດທຸລະກິດສຶກສາ ແລະ ກິລາ; 4) ປະເພດທຸລະກິດບັນເທີງ; 5) ປະເພດສໍານັກງານລັດບໍລິຫານ; 6) ປະເພດກະສິກໍາ; 7) ປະເພດອຸດສາຫະກຳ; 8) ປະເພດທາງລົດໄຟ. ເຊິ່ງນີ້ແມ່ນໜຶ່ງໃນແຜນປະຕິຮູບລັດວິສາຫະກິດໄຟຟ້າລາວ ພາຍຫຼັງທີ່ລັດຖະບານໄດ້ແຕ່ງຕັ້ງຄະນະປະຕິຮູບຢ່າງເປັນທາງການ, ແຜນປະຕິຮູບໄດ້ຫັນເປັນອັນລະອຽດ ແລະ ແບ່ງເປັນ 2 ໄລຍະຄື: ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ ເພື່ອຄວາມຍືນຍົງຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ).