ແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ເປັນກໍາມະການຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຜູ້ໃໝ່

319

ຂປລ. ກະຊວງສຶກສາທິການ ແລະ ກິລາ ຈັດພິທີປະກາດແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍາມະການຄະນະພັກ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນກໍາມະການຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຜູ້ໃໝ່ ຈັດຂຶ້ນໃນວັນທີ 20 ກຸມພາ ຜ່ານມາ.

ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ຕາງໜ້າກະຊວງພາຍໃນ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ອະທິການບໍດີ, ຜູ້ອໍານວຍການ-ຮອງຜູ້ອໍານວຍການ ສະຖາບັນແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.


ໃນພິທີ, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່, ຄໍາສັ່ງຂອງຄະນະເລ ຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່, ຜ່ານດໍາລັດຂອງນາຍົກລັດຖະມົນ ຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະການຄະນະພັກ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍາມະການຄະນະພັກ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນກໍາມະການຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຜູ້ໃໝ່.


ໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມດີໃຈ ແລະ ຍິນດີຕ້ອນຮັບທ່ານຮອງລັດຖະ ມົນຕີຜູ້ໃໝ່ ເພື່ອມາຊ່ວຍ ນຳພາ-ຊີ້ນຳ ແລະ ນຳເອົາຄວາມຮູ້, ປະສົບການຂອງມາຖ່າຍທອດ ແລກປ່ຽນແບບແຜນວິທີການເຮັດວຽກຮ່ວມກັນ ແລະ ການເຮັດວຽກຮ່ວມມກັນກໍໃຫ້ຖືເປັນຄອບຄົວດຽວກັນ, ມີຄວາມສາມັກຄີກັນ, ກຳແໜ້ນວຽກງານທີ່ຮັບຜິດຊອບໃນທຸກດ້ານ, ພ້ອມເຊື່ອໝັ້ນວ່າທ່ານຈະນຳເອົາປະສົບການແບບແຜນວິທີເຮັດວຽກທີດີຂອງທ່ານເຂົ້າມາປະກອບສ່ວນພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂັບເຄື່ອນໄປໄດ້ດີ ແລະ ຈະ ກາຍເປັນກໍາລັງແຮງໃນການນໍາພາທີ່ດີອັນໜຶ່ງຢູ່ໃນກະຊວງສຶກສາທິການ ແລະ ກິລາ ໃຫ້ພັດທະນາຂຶ້ນໄປເລື້ອຍໆ.

ພ້ອມກັນນັ້ນ, ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ຈົ່ງຮ່ວມມືກັນ ເພື່ອໃຫ້ວຽກງານໃນຂະແໜງການສຶກສາ ແລະ ກິລາ ເດີນແມ່ນແລ່ນສະດວກ ແລະ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.