ປຕທ ລາວຈໍາກັດ ເຊັນສັນຍາ MOU ກັບ ບໍລິສັດ ທະວີສຸກ ກຣຸບ ເລັ່ງເປົ້າການລົງທຶນນໍາທ່ຽວທີ່ວັງວຽງ

354

ບໍລິສັດ ປຕທ ລາວຈໍາກັດ ( PTT ) ກັບ ບໍລິສັດ ທະວີສຸກ ກຣຸບ ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ( MOU ) ກ່ຽວກັບການຮ່ວມສຶກສາຄວາມເປັນໄປໄດ້ໃນການດໍາເນີນທຸລະກິດນໍາທ່ຽວ ແລະ ຮ່ວມສຶກສາຄວາມເປັນໄປໄດ້ໃນການດໍາເນີນໂຄງການສ້າງ Community Mall ໃນພື້ນທີ່ສໍາລັບການລົງທຶນທາງທຸລະກິດຂອງ PTT Stationf ( Vangvieng ).

ພິທີດັ່ງກ່າວ ຈັດຂຶ້ນທີ່ໂຮງແຮມ ຄລາວ ພລາຊາ ໂດຍການລົງນາມຂອງທ່ານ ທີຣະ ວິຣະວົງ ( THEERA WEERAWONG ) ອໍານວຍການ ບໍລິສັດ ປຕທ ລາວຈໍາກັດ ( PTT ) ແລະ ທ່ານ ນາງ ບຸນສົ່ງ ຄຳມັງ ຜູ້ອໍານວຍການ ບໍລິສັດ ທະວີສຸກ ກຣຸບ ເຊິ່ງທ່ານ ວິດທະຍາ ວິບູນທິລາວຸດ VITTAYA VIBOONTERAWUD ຮອງອໍານວຍການ ບໍລິສັດ ປຕທ ລາວຈໍາກັດ ( PTT ) ແລະ ທ່ານ ນາງ ຈັນເພັງ ຄຳມັງ ຮອງຜູ້ອໍານວຍການ ບໍລິສັດ ທະວີສຸກ ກຣຸບ ພ້ອມທັງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ທີຣະ ວິຣະວົງ ອໍານວຍການ ບໍລິສັດ ປຕທ ລາວຈໍາກັດ ກ່າວວ່າ: ໃນນາມທີ່ບໍລິສັດ ທະວີສຸກ ກຣຸບ ເຮັດວຽກງານການທ່ອງທ່ຽວມາແຕ່ປີ 2000 ເປັນຕົ້ນມາ ເຫັນວ່າຂະແໜງປິ່ນອ້ອມການທ່ອງທ່ຽວຢູ່ວັງວຽງມີທ່າແຮງຫຼາຍດ້ານ ບໍ່ວ່າຈະເປັນທາງດ່ວນ, ທາງລົດໄຟ, ແຫຼ່ງທ່ອງທ່ຽວ ແລະ ອື່ນໆ ທີ່ດຶງດູດເອົານັກທ່ອງທ່ຽວໄປທ່ຽວນັບມື້ຫຼາຍຂຶ້ນ. ດັ່ງນັ້ນການເຊັນສັນຍາຄັ້ງນີ້ຈັດຂຶ້ນກໍເພື່ອສຶກສາຄວາມເປັນໄປໄດ້ທີ່ພວກເຮົາທັງສອງຈະໄດ້ເຮັດທຸລະກິດຮ່ວມກັນໃນ ສປປ ລາວ ເນື່ອງຈາກວ່າ ເມືອງວັງວຽງ ເປັນເມືອງທີ່ມີສັກກະຍະພາບ ແລະ ເປັນຈຸດທ່ອງທ່ຽວອັນດັບຕົ້ນໆ ຂອງ ສປປ ລາວ ຈິ່ງໄດ້ມີການສຶກສາການພັດທະນາ ແລະ ຂະຫຍາຍພື້ນທີ່ການບໍລິການຂອງປໍ້ານໍ້າມັນວັງວຽງ ເພື່ອເປັນ Community Mall ແລະ ສູນລວມຕ່າງໆຂອງສູນກາງຂອງການທ່ອງທ່ຽວ ລວມທັງເປັນການສຶກສາທຸລະກິດຂອງການທ່ຽວທ່ຽວໃນ ສປປ ລາວ ຮ່ວມກັບ ບໍລິສັດ ທະວີສຸກ ກຣຸບ ໃນການຮ່ວມມືລະຫວ່າງ ໄທ ແລະ ລາວ.

ຂະນະດຽວກັນ ທ່ານ ນາງ ບຸນສົ່ງ ຄຳມັງ ຜູ້ອຳນວຍການ ບໍລິສັດ ທະວີສຸກ ກຣຸບ ກ່າວວ່າ: ຂໍສະແດງຄວາມດີໃຈ ແລະ ຂໍຂອບໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດຮ່ວມໃນການຈະພັດທະນາບໍ່ວ່າຈະເປັນເລື່ອງການທ່ອງທ່ຽວ ແລະ ການບໍລິການຕ່າງໃນ ສປປ ລາວ ທີ່ທາງບໍລິສັດ PTT ຈະມາຊ່ວຍພັດນາວຽກງານທ່ອງທ່ຽວ ໂດຍສະເພາະແມ່ນຢູ່ເມືອງວັງວຽງ ບໍ່ວ່າຈະເປັນວຽກງານການທ່ອງທ່ຽວເລື່ອງພະຈົນໄພບໍ່ວ່າທາງນໍ້າ ແລະ ທາງບົກ, ການບໍລິການ, ທີ່ພັກ, ຮ້ານອາຫານ ແລະ ອື່ນໆ ເຊິ່ງຂ້າພະເຈົ້າເປັນວ່າ ເມືອງວັງວຽງ ເປັນບ່ອນທີ່ເໝາະສົມ, ແຕ່ສິ່ງທີ່ຂາດຫາຍກໍຄື ການຈັດການທີ່ເໝາະສົມ ແລະ ສະດວກສະບາຍຂຶ້ນ ເນື່ອງຈາກວ່າປັດຈຸບັນ ວັງວຽງ ບໍ່ຄືເກົ່າແລ້ວ ເພາະມີທາງດ່ວນ ກັບ ທາງລົດໄຟ ເປັນສິ່ງທີ່ມີມິດໝາຍອັນໃຫຍ່ອັນໜຶ່ງທີ່ເກີດຂຶ້ນໃນເມືອງວັງວຽງ ແຂວງວຽງຈັນ.

ທ່ານກ່າວຕື່ມວ່າ: ແນ່ນອນການເຊັນສັນຍາຄັ້ງນີ້ຂ້າພະເຈົ້າສັນຍາວ່າຈະໃຫ້ການສະໜັບສະໜູນ, ການເລືອກພື້ນທີ່, ການພົວພັນກັບທ້ອງຖິ່ນ ແລະ ຂະແໜງການຕ່າງໆ ເພື່ອພັດທະນາການທ່ອງທ່ຽວ ແບບປະສົມປະສານໃຫ້ມີຄວາມຍືນຍົງ ແລະ ຈະກ້າວເຂົ້າໄປສູ່ການສົ່ງເສີມການເຮັດວຽກງານທໍາ ໃຫ້ຄົນລາວໄດ້ມີໂອກາດມີວຽກເຮັດງານທໍາເພີ່ມຂຶ້ນ ລວມເຖິງມີໂອກາດໄດ້ຮ່ວມງານກັບ PTT.