ຕຳແຈ່ວໂອດບອນ ບ່າຍເຂົ້າຮ້ອນໆ

82

ແຈ່ວໂອດບອນ ບ່າຍກິນກັບເຂົ້າໜຽວຮ້ອນໆ ກັບ ປີ້ງປາ ອາຫານພື້ນເມືອງລາວເຮົາອີກປະເພດໜຶ່ງ. ການຕຳແຈ່ວໂອດບອນແມ່ນສາມາດຕຳໄດ້ຫຼາຍແບບ ໂດຍຂຶ້ນກັບແຕ່ລະທ້ອງຖິ່ນ ຫຼື ຕາມຄວາມມັກຂອງແຕ່ລະຄົນ ເຊິ່ງບາງຄົນກໍຕຳແຈ່ວໂອດບອນໃສ່ປາ… ແຕ່ມື້ນີ້ຄໍລຳອາຫານພວກເຮົາຈະພາທ່ານມາເຮັດແຈ່ວໂອດບອນສູດຜູ້ຂຽນເຮັດກິນເອງມາແນະນຳ ( ໂດຍວິທີນີ້ຈະບໍ່ໃສ່ປາເລີຍ ).

■ ວັດຖຸດິບ: ໂອດບອນ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ, ຫອມປ້ອມ, ຫອມບົ່ວ, ຫົວສີໃຄ, ຂ່າ.
■ ຂັ້ນຕອນເຮັດ: ໂອດບອນ ຖ້າຢາກໃຫ້ຫອມໃຫ້ເອົາມາຫໍ່ໃສ່ໃບຕອງປີ້ງອີກເລັກໜ້ອຍ, ລ້າງຫອມຜັກປ້ອມ, ຫອມບົ່ວຊອຍໄວ້, ຈີ່ຫົວມບົ່ວ, ຫົວຜັກທຽມ, ໝາກເຜັດ, ຫົວຂ່າໃຫ້ສຸກ.

ຈາກນັ້ນກໍນຳໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ, ພ້ອມຊອຍຫົວສີໃຄ ແລະ ຂ່າເປັນຕ່ອນນ້ອຍໆລົງຄົກພ້ອມກັນແລ້ວຕຳໃຫ້ລະອຽດ ຈາກນັ້ນກໍນຳໂອດບອນ ( ຕັດໃຫ້ສັ້ນ ) ລົງໄປຕຳໃຫ້ລະອຽດ ຊີມລົດຊາດຕາມໃຈມັກພໍດີແລ້ວ ຈາກນັ້ນກໍນຳຫອມທີ່ຊອຍລົງໄປຕຳໃຫ້ເຂົ້າກັນ ຖືວ່າເປັນອັນສຳເລັດ ຕັກໃສ່ຖ້ວຍພ້ອມເສີບໄດ້.