ອົບເປັດ ແຊບໆກິນ

24

ເປັດເປັນສັດຊະນິດໜຶ່ງທີ່ສາມາດເຮັດກິນໄດ້ຫຼາຍເມນູ ແລະ ແຊບ, ເຊິ່ງອົບເປັດ ເປັນເມນູກິນກັບເຂົ້າ ຫຼື ເປັນເມນູກັບແກ້ມໄດ້, ດັ່ງນັ້ນມື້ນີ້ຄໍລຳອາຫານຈະພາທ່ານມາເຮັດອົບເປັດກິນ.

ວັດຖຸດິບ:
ເປັດຄົວແລ້ວ, ເກືອ, ແປ້ງນົວ, ນໍ້າປາ, ຫົວສີໃຄ, ຂ່າ, ຫົວຜັກບົ່ວ, ຫົວຜັກທຽມ, ໃບຂີ້ຫູດ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ.

ຂັ້ນຕອນເຮັດ:
ເອົາເປັດມາຕັດເປັນຕ່ອນຕາມຄວາມຕ້ອງການ, ຕຳໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມ, ຫົວສີໃຄ, ຂ່າ, ເກືອ, ແປ້ງນົວ ຕຳໃຫ້ເຂົ້າກັນໃຫ້ລະອຽດ, ຈາກນັ້ນກໍເອົາຂົ້ວໃສ່ໝໍ້ກັບຕ່ອນເປັດ, ຂົ້ວໃຫ້ຈົນຫອມ ພ້ອມເອົາໃບຂີ້ຫູດໃສ່ ແລ້ວກໍຕື່ມນໍ້າລົງໄປໃຫ້ພໍດີຈຸຕ່ອນແລ້ວກໍຕົ້ມໃຫ້ນໍ້າແຫ້ງ ພ້ອມຊີມລົດຊາດປຸງດ້ວຍນໍ້າປາ ຕາມໃຈມັກແລ້ວໃຫ້ນໍ້າແຫ້ງລົງພໍຈຸຈະແລ້ວກໍປົງ. ເທົ່ານີ້ກໍໄດ້ອົບເປັດແຊບໆກິນແລ້ວ.