ຄາດ ເສດຖະກິດອີຢູ ຈະບໍ່ເຂົ້າສູ່ພາວະທົດຖອຍ

48

ສຳນັກຂ່າວເອເອັຟພີ ລາຍງານວ່າ: ຄະນະກຳມະການບໍລິຫານສະຫະພາບເອີຣົບ ( ອີຢູ ) ໄດ້ປັບຄາດການຂະຫຍາຍຕົວເສດຖະກິດ ໂດຍລະບຸວ່າເສດຖະກິດຂອງ ອີຢູ ສາມາດຫຼີກລ່ຽງບໍ່ຕົກເຂົ້າສູ່ສະພາວະທົດຖອຍໄດ້ຢ່າງຫວຸດຫວິດ ເນື່ອງຈາກວ່າອັດຕາເງິນເຟີ້ໄດ້ຜ່ານຈຸດສູງສຸດໄປແລ້ວ, ຫຼັງລາຄາພະລັງງານຫຼຸດລົງຢ່າງຕໍ່ເນື່ອງ ໂດຍຄາດວ່າເສດຖະກິດຂອງເອີໂຣໂຊນ ( ບັນດາປະເທດທີ່ໃຊ້ເງິນເອີໂຣ ) ຈະຂະຫຍາຍຕົວປະມານ 0,8% ໃນປີນີ້, ເພີ່ມຂຶ້ນຈາກການຄາດການໃນຄັ້ງຜ່ານມາ ທີ່ຄາດວ່າຈະຂະຫຍາຍຕົວ 0,3%. ຂະນະທີ່ເສດຖະກິດທົ່ວອີຢູ ຄາດວ່າຈະຂະຫຍາຍຕົວ 0,9%.

ไม่มีคำอธิบายรูปภาพ

ແນວໃດກໍຕາມ, ລາຄາສິນຄ້າໃນສະຫະພາບເອີຣົບ ຍັງຢູ່ໃນລະດັບສູງ ເຊິ່ງສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ເປັນການກີດຂວາງການເຕີບໂຕດ້ານເສດຖະກິດອີກຕໍ່ໄປ.

อาจเป็นรูปภาพของ ข้อความ

ຄະນະກຳມະການເອີຣົບ ຄາດການວ່າ: ໃນໄຕມາດທຳອິດຂອງປີ 2023 ເສດຖະກິດຂອງ ອີຢູ ຈະບໍ່ຫົດຕົວ, ຫຼັງຈາກທີ່ໄຕມາດສຸດທ້າຍຂອງປີ 2022 ຂະຫຍາຍຕົວ 0,1% ເຊິ່ງບົ່ງຊີ້ວ່າ ຈະບໍ່ເກີດສະພາວະທົດຖອຍທາງເຕັກນິກເໝືອນກັບທີ່ມີການຄາດການກ່ອນໜ້ານີ້, ທັງນີ້ ເສດຖະກິດທົດຖອຍແມ່ນ ຈີດີພີ ຫົດຕົວ 2 ໄຕມາດຕິດຕໍ່ກັນ ຈຶ່ງເອີ້ນວ່າສະພາວະທົດຖອຍດ້ານເສດຖະກິດໄດ້.