ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວທະລຸ 33 ພັນກວ່າຄົນ ທາງການ ຕວັກກີ ກຽມເອົາຜິດຜູ້ຮັບເໝົາ

48

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ກຸມພາ 2023 ວ່າ: ຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວຕວັກກີ – ຊີເຣຍ ທະລຸ 33 ພັນ ກວ່າຄົນແລ້ວ ໂດຍມີຜູ້ເສຍຊີວິດໃນ ຕວັກກີ 29.605 ຄົນ ແລະ ຊີເຣຍ 3.553 ຄົນ. ຂະນະທີ່ທາງການຕວັກກີ ກຳລັງສືບສວນ – ສອບສວນບໍລິສັດຜູ້ຮັບເໝົາກໍ່ສ້າງອາຄານທີ່ຖະຫຼົ່ມລົງມາ ຫຼັງເກີດເຫດແຜ່ນດິນໄຫວ.

อาจเป็นรูปภาพของ 2 คน และ กลางแจ้ง

ກະຊວງຍຸຕິທຳຕວັກກີ ເປີດເຜີຍວ່າ: ຂະນະນີ້ກຳລັງສືບສວນ – ສອບສວນຜູ້ທີ່ກ່ຽວຂ້ອງ 131 ຄົນ ໃນຂໍ້ຫາມີສ່ວນກ່ຽວພັນກັບໂຄງການກໍ່ສ້າງອາຄານທີ່ຖະຫຼົ່ມໃນຕວັກກີ ເນື່ອງຈາກວ່າມາດຖານການກໍ່ສ້າງອາຄານໃນຕວັກກີ ຕ້ອງສາມາດຮັບມືກັບແຜ່ນດິນໄຫວໄດ້ ແຕ່ເມື່ອເກີດແຜ່ນດິນໄຫວ ເຮັດໃຫ້ອາຄານຫຼາຍພັນຫຼັງຫັກພັງແບບບໍ່ເປັນທ່າ ໂດຍຂະນະນີ້ ທາງການຕວັກກີ ໄດ້ຈັບກຸມແລ້ວ 3 ຄົນ, 7 ຄົນກຳລັງຢູ່ໃນການຄວບຄຸມຕົວ ແລະ ອີກ 7 ຄົນສັ່ງຫ້າມບໍ່ໃຫ້ອອກນອກປະເທດ.

อาจเป็นรูปภาพของ 7 คน และ กลางแจ้ง

ກະຊວງການຕ່າງປະເທດຕວັກກີ ເປີດເຜີຍວ່າ: ມີທີມກູ້ໄພຈາກ 74 ປະເທດ ຈຳນວນ 9.595 ຄົນ ແລະ ໜ່ວຍກູ້ໄພຂອງຕວັກກີ ອີກ 34.717 ຄົນ ກຳລັງເດີນໜ້າຄົ້ນຫາຜູ້ລອດຊີວິດ ເຖິງວ່າເຫດການແຜ່ນດິນໄຫວໄດ້ເກີດຂຶ້ນກວ່າ 1 ອາທິດແລ້ວກໍຕາມ.