ຄວາມເໝືອນທີ່ແຕກຕ່າງ ຝາກເງິນຢູ່ທະນາຄານ ແລະ ຊື້ຮຸ້ນຢູ່ຕະຫຼາດຫຼັກຊັບລາວ

73

 

ປັດຈຸບັນ, ທະນາຄານທຸລະກິດທີ່ເຄື່ອນໄຫວຢູ່ ສປປ ລາວ ມີທັງໝົດ 43 ແຫ່ງ ( ບໍ່ນັບສະຖາບັນການເງິນ ) ຖ້າທຽບໃສ່ປະຊາກອນທີ່ມີຢູ່ຖືວ່າມີພຽງພໍກັບຄວາມຕ້ອງການ ຈຶ່ງເຮັດໃຫ້ການລະດົມທຶນຈາກສັງຄົມມີການແຂ່ງຂັນສູງສົມຄວນ ໂດຍສະເພາະການປ່ອຍເງິນກູ້, ການລະດົມເງິນຝາກ ແລະ ທຸລະກໍາທາງການເງິນອື່ນໆ. ຂະນະດຽວກັນ, ການລະດົມທຶນ ແລະ ລົງທຶນຢູ່ໃນຕະຫຼາດຫຼັກຊັບລາວ ກໍເປັນເຄື່ອງມືທາງການເງິນອີກຮູບແບບໜຶ່ງທີ່ເປັນທາງເລືອກໃຫ້ແກ່ນັກທຸລະກິດ, ນັກລົງທຶນ ແລະ ມວນຊົນທົ່ວໄປ.

ຄໍລຳການເງິນ – ການລົງທຶນ ມື້ນີ້ຈະພາທ່ານຜູ້ອ່ານໄປຮູ້ຈັກວ່າ: ການຝາກເງິນຢູ່ທະນາຄານ ກັບ ການຊື້ຮຸ້ນ ຈະມີລັກສະນະຄ້າຍຄືກັນ ຫຼື ຕ່າງກັນບ່ອນໃດແດ່? ແລະ ມີຈຸດດີ ຫຼື ຈຸດເສຍແນວໃດ?. ເຮົາມາທໍາຄວາມຮູ້ຈັກນໍາກັນເລີຍດັ່ງລຸ່ມນີ້:


ຝາກເງິນຢູ່ທະນາຄານ: ໝາຍເຖິງເອົາເງິນທີ່ມີຢູ່ໄປຝາກໄວ້ກັບທະນາຄານ ຫຼື ສະຖາບັນການເງິນໃດໜຶ່ງ ເພື່ອເປັນເງິນອອມໃນອະນາຄົດ, ເປັນທຶນສໍາລັບການສຶກສາ, ເປັນເງິນສໍາຮອງສຸກເສີນ ແລະ ອື່ນໆ ສຸດແລ້ວແຕ່ເປົ້າໝາຍຂອງແຕ່ລະຄົນ. ຈຸດດີກໍຄືສາມາດຖອນເມື່ອໃດກໍໄດ້ ພ້ອມກັບດອກເບ້ຍຕາມວົງເງິນທີ່ເຮົາຝາກ ອາດຈະເປັນຝາກກະແສລາຍວັນ ຫຼື ຝາກປະຢັດ. ສ່ວນຝາກແບບລາຍເດືອນ, ລາຍປີ ຫຼື ຝາກແບບມີກໍານົດກໍຈະໄດ້ດອກເບ້ຍທີ່ສູງກວ່າ.

ຈຸດດີຂອງການຝາກທະນາຄານແມ່ນຝາກໄວ້ໄລຍະສັ້ນເພື່ອໃຊ້ຈ່າຍໃນກໍລະນີສຸກເສີນ, ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍທີ່ຄົງທີ່; ສ່ວນຜົນຕອບແທນຈະສູງ ຫຼື ຕ່ຳ ແມ່ນຂຶ້ນກັບອັດຕາເງິນເຟີ້ ( ອັດຕາເງິນເຟີ້ແມ່ນປັດໄຈໜຶ່ງທີ່ເກີດຈາກການນໍາເຂົ້າຫຼາຍກວ່າສົ່ງອອກສິນຄ້າ, ການຂາດດຸນການຄ້າ, ການຂາດດຸນງົບປະມານ, ການສະໜອງບໍ່ພຽງພໍກັບຄວາມຕ້ອງການ ແລະ ການຊົມໃຊ້ເງິນຕາຕ່າງປະເທດຫຼາຍສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ). ນອກນັ້ນ, ຝາກເງິນຢູ່ທະນາຄານຈະມີຄວາມສ່ຽງຕ່ຳກວ່າການລົງທຶນໃນຮຸ້ນ ແລະ ພັນທະບັດ.

ການຊື້ຮຸ້ນຢູ່ຕະຫຼາດຫຼັກຊັບລາວ: ຮຸ້ນແມ່ນຫຼັກຊັບປະເພດໜຶ່ງທີ່ບົ່ງບອກເຖິງສະຖານະພາບຄວາມເປັນເຈົ້າຂອງບໍລິສັດ ແລະ ເປັນຕົວແທນໃນການຮຽກຮ້ອງສິດໃນຊັບສິນ ຫຼື ຜົນຕອບແທນໃນບໍລິສັດດັ່ງກ່າວ ເຊິ່ງການລົງທຶນໃນຮຸ້ນ ຫຼື ຖ້າເວົ້າແບບງ່າຍໆແມ່ນການຊື້ຮຸ້ນ ກໍຈະມີໂອກາດໄດ້ຮັບຜົນຕອບແທນຈາກສ່ວນຕ່າງລາຄາທີ່ເປັນກໍາໄລຈາກການແລກປ່ຽນຊື້ – ຂາຍ ( Capital gain ), ໄດ້ຮັບເງິນປັນຜົນທ້າຍປີເມື່ອບໍລິສັດມີກໍາໄລຈາກການດຳເນີນທຸລະກິດ ( Dividend ); ໄດ້ຮັບສິດໃນການຈອງຊື້ຮຸ້ນອອກໃໝ່ສໍາລັບຜູ້ຖືຮຸ້ນເດີມ, ມີສິດເຂົ້າຮ່ວມ ແລະ ອອກສຽງໃນກອງປະຊຸມຜູ້ຖືຮຸ້ນ ແລະ ມີສ່ວນຮ່ວມເປັນເຈົ້າຂອງບໍລິສັດນັ້ນໆຕະຫຼອດໄປ ຖ້າຫາກບໍ່ມີການຊື້ – ຂາຍປ່ຽນມື; ແຕ່ການລົງທຶນທຸກປະເພດລ້ວນແຕ່ມີຄວາມສ່ຽງ ເຊິ່ງນັກລົງທຶນຄວນສຶກສາຂໍ້ມູນໃຫ້ດີກ່ອນທີ່ຈະຕັດສິນໃຈລົງທຶນ.