ໄຟໜ້າໃໝ່ຂອງ 2023 BMW X7 ນັ້ນມີທີ່ມາແນວໃດ ຫົວໜ້າຝ່າຍ ດີໄຊ ມີຄໍາຕອບ

90

 

BMW X7 ໄດ້ຮັບການປັບຮູບໂສມຄັ້ງໃຫຍ່ ສໍາລັບໂມເດວ ປີ 2023 ທັງພາຍນອກ ແລະ ພາຍໃນ ມາພ້ອມກັບການອອກແບບດ້ານໜ້າໃໝ່ ແລະ ການປັບແຕ່ງດ້ານທ້າຍເລັກໜ້ອຍ. ນອກຈາກນີ້, ຍັງມີວີດີໂອສໍາພາດຫົວໜ້າຝ່າຍອອກແບບຂອງບີເອັມດັບເບີ້ນຢູ ຢ່າງ Domagoj Dukec ທີ່ຢູ່ໃນເວັບໄຊ BMWBlog ວ່າດີໄຊແບບໃໝ່ນີ້ ມີມາແນວໃດ?.
ໄຟໜ້າໃໝ່ຂອງ 2023 BMW X7 ນັ້ນມີທີ່ມາແນວໃດ ຫົວໜ້າຝ່າຍດີໄຊຂອງ BMW ມີຄໍາຕອບ.


ການອອກແບບໄຟໜ້າໃໝ່ແຍກສ່ວນ.
ສິ່ງທີ່ປ່ຽນແປງຊັດເຈນທີ່ສຸດ ຄືການອອກແບບໄຟໜ້າແບບແຍກສ່ວນໃນໂມເດວປີ 2023 ນີ້.
Dukec ກ່າວວ່າ: ໄຟໜ້າ ແບບແຍກສ່ວນເຮັດໃຫ້ ບີເອັມເດັບເບີ້ນຢູ ມີອິດສະຫຼະໃນການປັບປ່ຽນສະໄຕດ້ານໜ້າຂອງ X7 ຫຼາຍຂຶ້ນ.


ໄຟໜ້າຍັງຄົງຕ້ອງໃຊ້ງານໄດ້ຈິງ ແລະ ເປັນໄປຕາມມາດຕະຖານ ເຖິງຈະມີອິດສະຫຼະ ຂອງການອອກແບບ ແຕ່ໄຟເດບໄລບໍ່ຕ້ອງຢູ່ໃນຂໍ້ກໍານົດໃດໆ ຈຶ່ງມີອິດສະຫຼະໃນດ້ານການອອກແບບ ເປັນໄປຕາມມາດຕະຖານ ເຖິງຈະມີອິດສະຫຼະຂອງການອອກແບບຫຼາຍກວ່າ ແລະ ຊ່ວຍໃຫ້ ບີເອັມດັບເບີ້ນຢູ ໃນການສ້າງເອກະລັກຂອງແບຣນ ໂດຍການເພີ່ມອົງປະກອບບາງຢ່າງ ທີ່ດ້ານເທີງ ແລະ ໄຟໜ້າສໍາລັບໃຊ້ງານໄດ້ແທ້ທີ່ດ້ານລຸ່ມ


ສໍາລັບລົດ The New BMW X7 M-Sport 2023, BMW X7 xDrive40i: ຂະໜາດເຄື່ອງຈັກ 2.998 cc, ກຳລັງແຮງມ້າ 340 hp, ແຮງບິດ 5.500 – 6.500 ຮອບ/ນາທີ, ອັດຕາການສິ້ນເປືອງນ້ຳມັນ ( km/L ) 12,9 ຫຼັກຕໍ່ລິດ, ຄວາມໄວສູງສຸດ 245 km/h.
ລົດ BMW X7 ປັດຈຸບັນໄດ້ເປີດຂາຍແລ້ວ ແລະ ທ່ານສາມາດເຂົ້າໄປຈັບຈອງລອງຂັບໄດ້ເລີຍທີ່ຫ້ອງຂາຍ BMW ຖະໜົນໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.