ດ້ານດີ ແລະ ສິ່ງທ້າທາຍ ຂອງການນໍາໃຊ້ເງີນໂດລາຄ່ຽງຄູ່ກັບເງີນທ້ອງຖິ່ນພາຍໃນປະເທດ

402

ອີງຕາມບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ຈາກສະຖາບັນອຸດສາຫະກໍາ ແລະ ການຄ້າ ໂດຍ ປ.ອ ສົມເດດ ໂພທິສານ ກ່ຽວກັບ “ບາງຜົນດີ ແລະ ຜົນເສຍຂອງການນໍາໃຊ້ເງິນໂດລາຄຽງຄູ່ກັບສະກຸນເງິນທ້ອງຖິ່ນໃນປະເທດ” ໃຫ້ຮູ້ວ່າ ການນໍາໃຊ້ເງີນໂດລາສະຫະລັດ ຄ່ຽງຄູ່ກັບສະກຸນເງິນທ້ອງຖິ່ນຂອງຕົນເອງ (Dollarization) ເພື່ອເປັນສື່ກາງໃນການຊໍາລະຊະສາງການຊື້ສິນຄ້າ ແລະ ການບໍລິການໃນຊີວິດປະຈໍາວັນ ເປັນກົນໄກໜຶ່ງຂອງບັນດາປະເທດທີ່ບໍ່ແມ່ນສະຫະລັດອາເມລິກາ ນໍາໃຊ້ເພື່ອແກ້ໄຂບັນຫາກ່ຽວກັບການສູນເສຍຄ່າເງິນ ແລະ ອັດຕາແລກປ່ຽນທີ່ບໍ່ມີສະຖຽນລະພາບ ຂອງເງິນສະກຸນຫຼັກຂອງປະເທດນັ້ນຊຶ່ງມີທັງດ້ານດີ ແລະ ສິ່ງທ້າທ້າຍຄື:

May be an image of money
ດ້ານດີ: ສາມາດຄວບຄຸມອັດຕາເງິນເຟີ້ໄດ້ຢ່າງມີປະສິດຕິພາບໃນໄລຍະເວລາທີ່ສັ້ນ; ເຮັດໃຫ້ສະພາບເສດຖະກິດດີຂື້ນເຊິ່ງຕິດພັນກັບ: ອັດຕາເງິນເຟີ້, ຄັງແຮເງິນຕາຕ່າງປະເທດ, ສ້າງແຮງດຶງດູດໃຫ້ແກ່ນັກລົງທຶນຕ່າງປະເທດ ແລະ ອື່ນໆ; ການວາງແຜນເສດຖະກິດໄລຍະຍາວຂອງລັດຖະບານສາມາດເຮັດໄດ້ສະດວກຂຶ້ນ; ເພີ່ມຄວາມສາມາດໃນການຊື້ສິນຄ້ານຳເຂົ້າທີ່ຈຳເປັນໃນສັງຄົມ.
ສິ່ງທ້າທາຍ: ລັດຖະບານສູນເສຍຄວາມສາມາດໃນການນຳໃຊ້ໃນນະໂຍບາຍການເງິນ; ນະໂຍບາຍເງິນຕາ ແມ່ນຂຶ້ນກັບລັດຖະບານສາຫະລັດອາເມລິກາ ເຊີ່ງການປ່ຽນແປງນະໂຍບາຍເງິນຕາແຕ່ລະຄັ້ງແມ່ນອີງໃສ່ຜົນປະໂຫຍດຂອງປະເທດສະຫະລັດອາເມລິການເປັນຫຼັກ.

May be an image of 5 people, fruit and indoor

ຫຼຸດຜ່ອນຄວາມສາມາດໃນການສົ່ງອອກຂອງປະເທດ; ຖ້າຕ້ອງການໄດ້ຮັບຜົນປະໂຫຍດສູງສຸດຈາກການຫັນເປັນການນໍາໃຊ້ເງິນໂດລາ ຕ້ອງໄດ້ຍົກເລີກການນໍາໃຊ້ເງິນທ້ອງຖິ່ນຢ່າງເປັນທາງການ;ເປັນສິ່ງທີ່ຍາກ ແລະ ທ້າທາຍຕໍ່ລັດຖະບານຖ້າມີຈຸດປະສົງທີ່ຈະຫັນມານຳໃຊ້ເງິນທ້ອງຖິ່ນຄືນພາຍຫຼັງການຫັນເປັນເງິນໂດລາຢ່າງປັນທາງການແລ້ວ ກ່ຽວກັບບັນຫານີ້ແມ່ນມີຊິມບາເວ່ເປັນກໍລະນີສຶກສາໃຫ້ແລ້ວ.

May be an image of money
ເມື່ອກ້າວເຂົ້າສູ່ປີ 2022, ອັດຕາເງິນເຟີ້ຂອງອາເມຣິກາໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ ສົ່ງຜົນເຮັດໃຫ້ລາຄາທັນຍາຫານ, ນ້ຳມັນເຊື້ອໄຟ ແລະ ສິນຄ້າລາຍໃຫຍ່ໃນສາກົນເພີ່ມສູງຂຶ້ນຢ່າງຫຼວງຫຼາຍ. ເມື່ອອັດຕາເງິນເຟີ້ໄດ້ເພີ່ມສູງຂຶ້ນໃນຂອບເຂດທົ່ວໂລກ, ອັດຕາເງິນເຟີ້ຂອງປະເທດລາວກໍໄດ້ເພີ່ມສູງຂຶ້ນເຊັ່ນກັນ ເປັນສາເຫດພາໃຫ້ເກີດ “ຄວາມສ່ຽງທີ່ແຝງຊ້ອນ” ໃນການພັດທະນາເສດຖະກິດລາວໄດ້ປະກົດຕົວອອກ: ກຳລັງການຊື້ຂອງປະຊາຊົນລາວສູງກວ່າກຳລັງການຜະລິດຂອງປະເທດຕົນ, ອັດຕານຳໃຊ້ເງິນຕາຕ່າງປະເທດ ເຊັ່ນ: ໂດລາສະຫະລັດ, ເງິນບາດໄທ ເປັນຕົ້ນຂອງປະຊາຊົນລາວຫຼາຍເກີນໄປ. ເພື່ອເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ, ລັດຖະບານລາວໄດ້ປະຕິບັດມາດຕະການຕ່າງໆ ເຊັ່ນ: ຫຼຸດງົບປະມານລາຍຈ່າຍໃຫ້ໜ້ອຍລົງ, ເພີ່ມລາຍໄດ້ໃຫ້ສູງຂຶ້ນ ແລະອື່ນໆ. ທະນາຄານກາງຂອງລາວກໍໄດ້ປະຕິບັດນະໂຍບາຍ “ຂຶ້ນອັດຕາດອກເບ້ຍ”, ຫ້າມບໍ່ໃຫ້ຮ້ານແລກປ່ຽນເງິນຕາຂາຍເງິນຕາຕ່າງປະເທດຕາມໃຈ ແລະອື່ນໆ.

May be an image of indoor
ຂໍ້ມູນຈາກ: ສະຖາບັນອຸດສາຫະກໍາ ແລະ ການຄ້າ