ເສດຖະກິດສະຫະລັດ ຈະບໍ່ທົດຖອຍ ຫຼັງອັດຕາການວ່າງງານຕ່ຳສຸດໃນຮອບ 53 ປີ

22

ສຳນັກຂ່າວຣອຍເຕີລາຍງານວ່າ: ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນຂອງສະຫະລັດອາເມຣິກາ ໄດ້ອອກມາສະແດງຄວາມໝັ້ນໃຈວ່າ ເສດຖະກິດສະຫະລັດ ຈະບໍ່ທົດຖອຍ ຫຼັງເຫັນອັດຕາການຈ້າງງານໃໝ່ຢູ່ໃນລະດັບສູງ, ໃນຂະນະທີ່ອັດຕາການວ່າງງານຕ່ຳສຸດໃນຮອບ 53 ປີ, ແຕ່ກັງວົນເລື່ອງໜີ້ສາທາລະນະ ເຊິ່ງຂະນະນີ້ ໄດ້ຈຸເພດານການອະນຸມັດຂອງສະພາຄອງເກຣສແລ້ວ ໂດຍຢູ່ທີ່ 31,4 ລ້ານລ້ານໂດລາສະຫະລັດ ເຊິ່ງຖ້າຫາກວ່າ ສະພາບໍ່ອະນຸມັດໃຫ້ຂະຫຍາຍເພດານໜີ້ເພີ່ມຕື່ມ ອາດຈະເຮັດໃຫ້ສະຫະລັດຜິດຊຳລະໜີ້.

อาจเป็นรูปภาพของ 1 คน

ລັດຖະມົນຕີກະຊວງການເງິນສະຫະລັດກ່າວວ່າ: ອັດຕາເງິນເຟີ້ຂອງສະຫະລັດ ຍັງຢູ່ໃນລະດັບສູງ ແຕ່ກໍຫຼຸດລົງຢ່າງຕໍ່ເນື່ອງ ແລະ ອາດຈະຫຼຸດລົງອີກຫຼາຍ ເມື່ອພິຈາລະນາມາດຕະການຂອງລັດຖະບານ ເຊິ່ງລວມທັງມາດຕະການປັບຫຼຸດລາຄານ້ຳມັນ ແລະ ຢາປິ່ນປົວພະຍາດ.

อาจเป็นรูปภาพของ 1 คน

ທັງນີ້ ກະຊວງແຮງງານຂອງສະຫະລັດເປີດເຜີຍເມື່ອວັນທີ 3 ກຸມພາຜ່ານມາວ່າ: ອັດຕາການຈ້າງງານເພີ່ມຂຶ້ນ 517.000 ຕໍາແໜ່ງ ໃນເດືອນມັງກອນ 2023 ແລະ ອັດຕາການວ່າງງານຫຼຸດລົງສູ່ລະດັບຕ່ຳສຸດໃນຮອບ 53 ປີ, ຂະນະນີ້ອັດຕາການວ່າງງານໃນສະຫະລັດຢູ່ທີ່ 3,4%.