ຕິດຕາມລາຄານ້ຳມັນ ຫຼັງອີຢູ ຫ້າມນໍາເຂົ້ານ້ຳມັນຣັດເຊຍ

26

ບັນດາສະມາຊິກສະຫະພາບເອີຣົບ ( ອີຢູ ) ແລະ ສະຫະຣາຊະອານາຈັກ ໄດ້ປະກາດມາດຕະການລົງໂທດດ້ານນ້ຳມັນຂອງຣັດເຊຍຮອບໃໝ່ ເມື່ອວັນທີ 6 ກຸມພາ 2023 ດ້ວຍການຫ້າມນຳເຂົ້ານ້ຳມັນສຳເລັດຮູບ ແລະ ຜະລິດຕະພັນປີໂຕຣລຽມທີ່ມາຈາກຣັດເຊຍ, ພ້ອມກັນນັ້ນກໍໄດ້ກຳນົດເພດານລາຄານ້ຳມັນກາຊວນ, ແອັດຊັງ ແລະ ນ້ຳມັນກາຊ ( ນ້ຳມັນຍົນ ) ໄວ້ທີ່ບໍ່ເກີນ 60 ໂດລາຕໍ່ບາເຣວ.

อาจเป็นรูปภาพของ 2 คน และ กลางแจ้ง

ມາດຕະການດັ່ງກ່າວ ໄດ້ເຮັດໃຫ້ທົ່ວໂລກຕ້ອງຕິດຕາມເປັນພິເສດ ໂດຍສະເພາະຢ່າງຍິ່ງລາຄານ້ຳມັນກາຊວນ ວ່າຈະເຮັດໃຫ້ລາຄາໃນຕະຫຼາດໂລກເພີ່ມຂຶ້ນ ຫຼື ບໍ່? ເພາະຖ້າລາຄານ້ຳມັນເພີ່ມຂຶ້ນ ຈະສົ່ງຜົນຕໍ່ລາຄາສິນຄ້າໃນປະເທດຕ່າງໆແພງຂຶ້ນອີກ ອາດຈະສົ່ງຜົນໃຫ້ອັດຕາເງິນເຟີ້ທີ່ກຳລັງຜ່ອນຄາຍລົງກັບມາເພີ່ມຂຶ້ນອີກຄັ້ງ.

ไม่มีคำอธิบายรูปภาพ

ນັກວິຊາການ ແລະ ຜູ້ຊ່ຽວຊານໃນແວດວົງນ້ຳມັນເຊື່ອວ່າ ໃນໄລຍະທຳອິດອາດຈະສົ່ງຜົນກະທົບຕໍ່ລາຄານ້ຳມັນສຳເລັດຮູບເພີ່ມຂຶ້ນ ແຕ່ຫຼັງຈາກຕະຫຼາດປັບຕົວໄດ້ແລ້ວ ລາຄາກໍຈະຫຼຸດລົງມາຢູ່ໃນລະດັບທີ່ບໍ່ສົ່ງຜົນຮຸນແຮງຕໍ່ລະບົບເສດຖະກິດໂລກໂດຍລວມ, ດ້ວຍເຫດຜົນທີ່ວ່າ  “ ມາດຕະການກຳນົດເພດານລາຄານ້ຳມັນ ” ທີ່ວ່ານີ້ ຖືກອອກແບບມາເພື່ອປ້ອງກັນບໍ່ໃຫ້ການແຊງຊັນນໍ້າມັນຣັດເຊຍ ຈະບໍ່ສົ່ງຜົນກະທົບຕໍ່ປະລິມານນ້ຳມັນໃນຕະຫຼາດໂລກ ຈົນເຮັດໃຫ້ລາຄາເພີ່ມຂຶ້ນ.