ຫວຽດນາມ ກຽມປັບຂຶ້ນລາຄາໄຟຟ້າ

31

ຫວຽດນາມ ຈະປັບເພີ່ມລາຄາຂັ້ນຕ່ຳ ສະເລ່ຍຂອງກະແສໄຟຟ້າ ຂາຍຍ່ອຍ 13,69% ນັບເປັນການເຄື່ອນໄຫວທີ່ຄາດວ່າ ຈະເປັນພື້ນຖານໃຫ້ລັດວິສາຫະກິດໄຟຟ້າ ຫວຽດນາມ ( EVN ) ຂຶ້ນຄ່າໄຟຟ້າ.

ສໍານັກຂ່າວຣອຍເຕີລາຍງານວ່າ: ຫວຽດນາມ ຈະປັບເພີ່ມລາຄາຂັ້ນຕ່ຳ ສະເລ່ຍ ຂອງກະແສໄຟຟ້າຂາຍຍ່ອຍ 13,69% ນັບເປັນການເຄື່ອນໄຫວທີ່ຄາດວ່າຈະເປັນພື້ນຖານໃຫ້ລັດວິສາຫະກິດໄຟຟ້າ ຫວຽດນາມ ຂຶ້ນຄ່າໄຟຟ້າ ເຖິງວ່າ ສສ ຫວຽດນາມ ພະຍາຍາມເພີ່ມລາຄາໄຟຟ້າຂາຍຍ່ອຍ ເພື່ອສົ່ງເສີມການລົງທຶນ ໃນພາກສ່ວນການຜະລິດໄຟຟ້າ ແຕ່ກໍຕ້ອງປະເຊີນກັບ ຄວາມກົດດັນໃນການຄວບຄຸມອັດຕາເງິນເຟີ້ເຊັ່ນກັນ.

อาจเป็นรูปภาพของ 2 คน

ໃນຂະນະທີ່ລາຄາໄຟຟ້າຂາຍຍ່ອຍຂັ້ນຕ່ຳ ປັບຂຶ້ນປະມານ 1.826 ດົງຕໍ່ກິໂລວັດໂມງ ໂດຍບໍ່ລວມອາກອນມູນຄ່າເພີ່ມ ສ່ວນລາຄາໄຟຟ້າຂາຍຍ່ອຍສະເລ່ຍ ສູງສຸດເພີ່ມຂຶ້ນ 28,2% ປະມານ 2.444 ດົງຕໍ່ກິໂລວັດໂມງ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ສຳລັບການປັບຂຶ້ນຄ່າໄຟຟ້າຄັ້ງນີ້ ເພື່ອປັບປຸງງົບປະມານ ແລະ ຫຼຸດຜ່ອນການຂາດທຶນຂອງບໍລິສັດປະມານ 31 ພັນຕື້ດົງ ໃນປີຜ່ານມານີ້. ປັດຈຸບັນຫວຽດນາມ ຕັ້ງເປົ້າຄວບຄຸມອັດຕາເງິນເຟີ້ໃຫ້ຕ່ຳກວ່າ 4,5% ໃນປີນີ້ ຂະນະທີ່ດັດສະນີລາຄາຜູ້ບໍລິໂພກໃນເດືອນທັນວາ 2022 ເພີ່ມຂຶ້ນ 4,55% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.