ສ.ເກົາຫຼີ ເພີ່ມໂກຕາການຈ້າງງານຊາວສີລັງກາ 6.500 ຄົນ

47

ສຳນັກຂ່າວຊິນຫົວລາຍງານວ່າ: ທ່ານ ມານຸຊາ ນານາຢັກຣາ ລັດຖະມົນຕີກະຊວງແຮງງານ ແລະ ການຈ້າງງານໃນຕ່າງປະເທດ ຂອງສີລັງກາເປີດເຜີຍວ່າ ສາທາລະນະລັດເກົາຫຼີ ໄດ້ເພີ່ມໂກຕາການຈ້າງງານ ສຳລັບແຮງງານຊາວສີລັງກາ ເປັນ 6.500 ອັດຕາ ໃນປີ 2023 ນີ້ ເຊິ່ງເປັນຕົວເລກສູງສຸດ ນັບແຕ່ມີການລິເລີ່ມໂຄງການຈ້າງງານ ກັບ ສ.ເກົາຫຼີ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ທ່ານ ມານຸຊາ ນານາຢັກຣາ ກ່າວວ່າ: ໃນປີ 2022 ມີຊາວສີລັງກາ ອອກໄປເຮັດວຽກຢູ່ຕ່າງປະເທດຫຼາຍກວ່າ 3 ແສນຄົນ ແລະ ຍັງຕ້ອງການໂອກາດໃນການໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ ເຊິ່ງແຮງງານເຫຼົ່ານັ້ນໄດ້ສົ່ງເງິນກັບຄືນປະເທດເປັນຈຳນວນຫຼວງຫຼາຍ ເຊິ່ງເປັນໜຶ່ງໃນແຫຼ່ງລາຍຮັບເງິນຕາຕ່າງປະເທດຫຼັກຂອງສີລັງກາ.

อาจเป็นรูปภาพของ 2 คน และ กลางแจ้ง

ອີງຕາມຂໍ້ມູນທາງການສີລັງກາ ໄດ້ເປີດເຜີຍວ່າ: ແຮງງານຊາວສີລັງກາ ທີ່ໄປອອກແຮງງານ ຫຼື ເຮັດວຽກຢູ່ຕ່າງປະເທດໄດ້ສົ່ງເງິນກັບຄືນປະເທດ ປະມານ 3,8 ຕື້ໂດລາສະຫະລັດ ໃນປີ 2022.