ຍອດການນຳພາ ຜົນງານຂອງກອງພັນນ້ອຍ 414 ອຸດົມໄຊ

99

ທຸກອາຊີບພວກເຮົາມີເວລາເທົ່າກັນ 24 ຊົ່ວໂມງ ແລະທຸກຄົນມີຊ່ວງເວລາວ່າງຂອງໃຜລາວທີ່ບໍ່ຄືກັນ ແລະສາມາດນຳໃຊ້ເວລາທີ່ມີໄປເຮັດໄດ້ຫຼາຍກວ່າ 1 ຢ່າງ ຍິ່ງຖ້າເປັນອາຊີບວຽກງານທີ່ຕ້ອງລ້ຽງທີມງານອີກ ການທຳມາຫາກິນດ້ວຍການປູກຝັງລ້ຽງສັດ ສິ່ງທີ່ມີຄວາມຕ້ອງການ ຈຳເປັນໃນແຕ່ລະວັນແມ່ນມີຄວາມຈຳເປັນຢ່າງພາວະວິໄສ.

May be an image of 2 people, people standing and outdoors
ມື້ນີ້ເຮົາມາເບິ່ງກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ສ້າງຕັ້ງຂຶ້ນໃນວັນທີ 11 ເດືອນ ສິງຫາ ປີ 2004 ປະກອບມີ 4 ກອງຮ້ອຍ ມີ 1 ສຳນັກງານ, ມີຈຳນວນພົນ 313 ສະຫາຍ ຍິງ 17 ສະຫາຍ ພະນັກງານ 178 ສະຫາຍ ນັກຮຽນ 134 ສະຫາຍ, ມີສາຍຕັ້ງຂຶ້ນກັບກອງບັນຊາການທະຫານແຂວງອຸດົມໄຊ ມີໜ້າທີ່ປົກປ້ອງຮັກສາພື້ນທີ່ 2 ເຂດ ຄື ເຂດຫົວໜ້ຳງາ ແລະ ເຂດຫົວນ້ຳບາກ, ລວມ 14 ບ້ານ ທັງເຮັດໜ້າທີ່ຮັກສາເຂດຊາຍແດນລະຫວ່າງແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ.

May be an image of outdoors

ກອງພັນນ້ອຍ 414 ໜ້າທີ່ຫຼັກຄືເປັນທະຫານຮັບໃຊ້ປະເທດຊາດ ປົກປັກຮັກສາເຂດນ້ຳແດນດິນຂອງບ້ານເມືອງຕາມການມອບໝາຍຂອງຂັ້ນເທິງ ນອກນີ້ແລ້ວ ຍັງໄດ້ເອົາໃຈໃສ່ເຂົ້າໃນການເພີ້ມພູນຜະລີດຜົນ ປູກຝັງ – ລ້ຽງສັດ ເພື່ອສະໜອງໃຫ້ແກ່ເຮືອນຄົວພາຍໃນກົມກອງ ແລະ ສ້າງລາຍຮັບໃຫ້ຕົນເອງຕື່ມອີກ.

May be an image of collard greens

ທ່ານ ພັນໂທ ໄພວັນ ປັນຍາສິດ ເລຂາພັກຮາກຖານ ຫົວໜ້າການເມືອງກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ, ໄດ້ໃຫ້ສໍາພາດວ່າ: ພາຍໃນກອງພັນນ້ອຍ 414 ນອກຈາກຈະເຄື່ອນໄຫວຫນ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບແລ້ວ ຍັງໄດ້ເຮັດໜ້າທີ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານທະຫານ ໂດຍການລະດົມໃຫ້ພົນທະຫານປູກຜັກສວນຄົວ ເພື່ອສະໜອງໃຫ້ແກ່ເຮືອນຄົວ ແລະ ຂາຍໃຫ້ກັບປະຊາຊົນໃນເຂດໃກ້ຄຽງເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ສ່ວນບຸກຄົນຕື່ມອີກ.

May be an image of 1 person, standing, military uniform and outdoors
ສຳລັບການປູກ, ການລ້ຽງຂອງກົມກອງ ກໍເພື່ອຕອບສະໜອງ ໃນຖັ້ນແຖວກໍາລັງປະກອບອາວຸດ ໂດຍສະເພາະແມ່ນກຳລັງທະຫານ ທີ່ຢູ່ຫ່າງໄກຈາກຕົວເມືອງ ຫຼຸດຜ່ອນລາຍຈ່າຍໃນການອອກຕະຫຼາດ ທີ່ພົ້ນເດັ່ນແມ່ນການປູກຜັກຂອງກົມກອງ ແມ່ນໄດ້ຂາຍໃຫ້ກັບປະຊາຊົນ ສ້າງລາຍຮັບເຂົ້າກົມກອງ ໄດ້ຫຼາຍພໍສົມຄວນ.

May be an image of 2 people and outdoors

ປັດຈຸບັນ ພາຍໃນກອງພັນນ້ອຍ 414 ມີເຮືອນຮົ່ມສຳລັບປູກຜັກທັງໝົດ 5 ຫຼັງ, ປູກມັນຕົ້ນ 2 ເຮັກຕາ, ກ້ວຍ, ໝາກນັດ, ມີດີນປູກຫຍ້າ 16 ເຮັກຕາ ມີງົວຈຳນວນ 6 ໂຕ ມີຫນອງປາ 5 ໜອງ, ລ້ຽງກົບ, ປາດຸກ, ໄກ່ພັນ ແລະ ເປັດໄກ່ທີ່ສ່ວນບຸກຄົນລ້ຽງຈຳນວນໜຶ່ງ.

May be an image of outdoors

ເຮັດໃຫ້ດ້ານສະບຽບອາຫານແມ່ນສາມາດກຸ້ມຕົນເອງ ຫຼຸດຜ່ອນການອອກຕະຫຼາດ ໄດ້ຫຼາຍສົມຄວນ. ຄຽງຄູ່ກັນນີ້ ກອງພັນນ້ອຍ 414 ຍັງໄດ້ເລັ່ງໃສ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ກົມກອງ ຮາກຖານປະຊາຊົນໃນເຂດທີ່ຕົນຮັບຜິດຊອບ ປັບປຸງກົມກອງ, ປັບປຸງພື້ນຖານປະຊາຊົນເຂດຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ.

No photo description available.
ທັງນີ້ກໍ່ເພື່ອປະຕິບັດຕາມທິດຊີ້ນຳຂອງ ກົມໃຫຍ່ພາລາ ທີ່ໄດ້ຊີ້ນໍາໃຫ້ກໍາລັງທະຫານໃນທົ່ວປະເທດເພີ່ມພູນຜະລິດຜົນ ເພິ່ງຕົນເອງ, ກຸ້ມຕົນເອງໃນດ້ານສະບຽງອາຫານ ໂດຍສະເພາະເຂດຫ່າງໄກສອກຫຼີກ ຈຶ່ງຈໍາເປັນໃນການປູກ ການລ້ຽງໃຫ້ຫຼາຍ ໂດຍໄດ້ກຳນົດໃຫ້ຄົນໜຶ່ງຕ້ອງປູກຜັກ ສົ່ງເຮືອນຄົວລວມ 120 ກິໂລ ຕໍ່ຄົນຕໍ່ປີ ແຕ່ ກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ມີຄວາມດຸຫມັ່ນ ພາກພຽນ ສາມາດສົ່ງໃຫ້ເຮືອນຄົວລວມ ໄດ້ຕາມກຳນົດ ແລະ ເຫຼືອຂາຍໃຫ້ກັບປະຊາຊົນ ເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ຕົນເອງຕື່ມອີກ.