ກອງປະຊຸມໂຕະມົນ 2022 ເອກະພາບກັນສຸມໃສ່ 6 ໜ້າວຽກຈຸດສຸມດັ່ງນີ້

104

ກອງປະຊຸມໂຕະມົນ ປະຈໍາປີ 2022 ພາຍຫຼັງທີ່ດຳເນີນມາເປັນເວລາ 1 ມື້ເຕັມໃນວັນທີ 26 ມັງກອນ 2023 ກໍໄດ້ຂໍ້ສະຫຼຸບຂອງວຽກງານຈຸດສຸມ ພ້ອມມີພິທີຖະແຫຼງຂ່າວຕໍ່ສື່ມວນຊົນວ່າ ໃນປີ 2023 ນີ້ຈະໄດ້ສຸມໃສ່ 6 ໜ້າວຽກສຳຄັນເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດຕໍ່ໄປ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຖະແຫຼງບາງຕອນວ່າ: ເພື່ອບັນລຸໄດ້ເປົ້າໝາຍ ແລະ ວາລະການພັດທະນາແຫ່ງຊາດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ, ລັດຖະບານແຫ່ງ ສປປ ລາວ ເວລາໃດກໍ່ໃຫ້ຄວາມສຳຄັນຕໍ່ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ຂອງທຸກພາກສ່ວນ ຈຶ່ງໄດ້ຖືເອົາຂະບວນການໂຕະມົນເປັນເວທີ ແລະ ກົນໄກແຫ່ງການປຶກສາຫາລື ໃນລະດັບນະໂຍບາຍ ເພື່ອສ້າງຄວາມເຂົ້າໃຈຕໍ່ທິດທາງ ແລະ ໜ້າວຽກຈຸດສຸມ ຂອງການພັດທະນາ ຢູ່ ສປປ ລາວ ໃນແຕ່ລະປີ.

May be an image of 3 people
ເຊິ່ງປີ 2022 ນີ້ ຫົວຂໍ້ຂອງກອງປະຊຸມໂຕະມົນແມ່ນ: “ເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (ສະຫຼຸບຄືນຜົນໄດ້ຮັບໃນປີ 2022 ແລະ ວາງແຜນສໍາລັບປີ 2023), ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ.”
ໃນກອງປະຊຸມຄັ້ງນີ້ ຜູ້ແທນໄດ້ຮ່ວມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃນ 5 ຫົວຂໍ້ຕ່າງໆທີ່ສໍາຄັນທີ່ໄດ້ສະເໜີຢ່າງລະອຽດ, ເຊິ່ງໃນກອງປະຊຸມຍັງເປັນເອກະພາບກັນໃນ 6 ວຽກຈຸດສຸມດັ່ງນີ້:

May be an image of 14 people and people standing
1). ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສຳລັບປີ 2023 ແລະ ສອງວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ;
2). ສືບຕໍ່ເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2023 ແລະ ສູ້ຊົນ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະຍາກອນມະນຸດທີ່ຮັບປະກັນຄຸນນະພາບ, ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອຫຼຸດຜ່ອນຄວາມແຕກໂຕນ ຂອງການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ເພື່ອແກ້ໄຂຄວາມທຸກຍາກ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນ ດ້ວຍການສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເອື້ອອຳນວຍໃຫ້ດີຂຶ້ນ;

May be an image of 4 people and outdoors

3). ເພີ່ມຄວາມເອົາໃຈໃສ່ໃນການຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດການເງິນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ເພື່ອສະໜັບ
4). ຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;
5). ພະຍາຍາມຍົກລະດັບການກະກຽມຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທຳມະຊາດ, ດ້ວຍການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ, ການປັບປຸງລະບົບການເຕືອນໄພລ່ວງໜ້າ, ການສຶກສາຄວາມສ່ຽງ ແລະ ການສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ເອົາໃຈໃສ່ໃຫ້ຊ່ວຍເຫຼືອແກ່ຊຸມຊົນທີ່ມີຄວາມສ່ຽງສູງ;

May be an image of one or more people and indoor6). ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງ ໜ່ວຍງານຂະ ແໜງການ ກໍຄືແຜນດຳເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.

ສະຫຼຸບແລ້ວ ໃນປີ 2023 ສປປ ລາວ ຈະມີວຽກງານຫລາຍຢ່າງ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ, ໃນນີ້ລວມທັງການປະເມີນກາງສະໄໝ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ການປະເມີນຈັດຕັ້ງປະຕິບັດປີສຸດທ້າຍສອງວາລະແຫ່ງຊາດຂອງລັດຖະບານ, ການກະກຽມຄວາມພ້ອມໃນການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ໃນປີ 2024 ແລະ ວຽກງານຕ່າງທີ່ເປັນພັນທະຕໍ່ເພື່ອນມິດສາກົນໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງໜ້າວຽກດັ່ງກ່າວນັ້ນບໍ່ສາມາດຈັດຕັ້ງປະຕິບັດໄດ້ລຳພັງ ແຕ່ ສປປ ລາວ ເອງຫາກບໍ່ໄດ້ຮັບການເຂົ້າຮ່ວມຢ່າງເອົາຈິງເອົາຈັງຂອງທຸກພາກສ່ວນ, ໂດຍສະເພາະການເຂົ້າຮ່ວມຢ່າງສະເໝີຕົ້ນສະເໝີປາຍ ຂອງຄູ່ຮ່ວມພັດທະນາກໍ່ຄື ຂອງອົງການຈັດຕັ້ງສາກົນຕ່າງໆ.

ຖະແຫຼງໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ປະທານຮ່ວມຂອງ ທ່ານ ນາງ ຊາລາ ເຊັກເກເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.