ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມຄົບຄະນະສະໄໝສາມັນ ຄະນະບໍລິຫານງານພັກກະຊວງ ຄັ້ງທີ 4 ສະໄໝທີ V

53

ເພື່ອເສີມຂະຫຍາຍມູນເຊື້ອ, ຜົນງານດ້ານດີ ແກ້ໄຂຈຸດບົກຜ່ອງໃຫ້ມີການຫັນປ່ຽນໃໝ່ ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸ, ຍົກສູງຄວາມຮັບຜິດຊອບດ້ານການເມືອງ, ສະຕິເຄົາລົບ ແລະ ປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢ່າງເຂັ້ມງວດເປັນຮູບປະທໍາ; ສ້າງຄວາມເຂັ້ມແຂງໃຫ້ຄະນະພັກກະຊວງ, ຍົກລະດັບຄວາມສາມາດນໍາພາ, ຄວາມເປັນແບບຢ່າງນໍາໜ້າ ຕິດພັນກັບການກວດກາຄືນ ຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງ ຂອງຄະນະພັກ; ພ້ອມກັນກໍານົດທິດທາງ ແລະ ມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນໃນຄະນະພັກຂັ້ນຕົນໃຫ້ໄດ້ຢ່າງຂາດຕົວ.

ໃນວັນທີ 26 ມັງກອນ 2023 ກະຊວງອຸດສະຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ຄົບຄະນະສະໄໝສາມັນຂອງຄະນະບໍລິຫານພັກກະຊວງ ຄັ້ງທີ 4 ສະໄໝທີ 5 (ເປີດກວ້າງ) ແລະ ບັ້ນດໍາເນີນຊີວິດການ ເມືອງຂອງຄະນະບໍລິຫານ ພັກກະຊວງ ອຄ ປະຈໍາປີ 2022 ຂຶ້ນ ທີ່ຫ້ອງປະຊຸມ ຂອງກະ ຊວງ ດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ອຄ ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກກະຊວງ ອຄ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດກ່າວເປີດກອງປະຊຸມ ສະຫາຍ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະສະໄໝສາມັນ ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ 4 ສະໄໝທີ V (ເປີດກວ້າງ) ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຂອງພວກເຮົາ ຢ່າງຕັ້ງໜ້າ.

ສະຫາຍ ມະໄລທອງ ກົມມະສິດ ກ່າວເນັ້ນວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ເພາະວ່າພວກເຮົາຈະໄດ້ຮັບຟັງການລາຍງານ ແລະ ພ້ອມກັນປຶກສາຫາລື, ພິຈາລະນາຮັບ ຮອງຫຼາຍວຽກງານຢູ່ໃນ 2 ເອກະສານຕົ້ນຕໍ ດັ່ງນີ້:
1. ສະຫຼຸບຕີລາຄາການເຄື່ອນໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກກະຊວງ ອຄ ປະຈຳປີ 2022 ແລະ ທິດທາງຈຸດສຸມ ປະຈຳປີ 2023.
2. ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝບທີ V ປະຈໍາປີ 2023. ເນື້ອໃນທີ່ນໍາມາສະເໜີໃນກອງປະຊຸມຄັ້ງນີ້ ມີເນື້ອໃນຫຼາຍສົມຄວນ. ດັ່ງນັ້ນ, ໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມ ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາມີເຫດມີຜົນ ຖືກກັບສະພາບຕົວຈິງ, ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ພວກເຮົາຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ.

ເພື່ອໃຫ້ໄດ້ຕາມລະດັບຄາດໝາຍດັ່ງກ່າວ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈະຕ້ອງພ້ອມກັນຕັດສິນໃຈສູງ, ເຫັນໄດ້ຄວາມຮັບຜິດຊອບການເມືອງຕໍ່ຊາຕາກໍາຂອງປະເທດຊາດຂອງພວກເຮົາ, ສ້າງໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອນໍາພາ-ພາລະກິດປະຕິວັດກ້າວໄປໜ້າຢ່າງບໍ່ຢຸດຢັ້ງ. ຢາກເຮັດໄດ້ແນວນີ້ ກ່ອນອື່ນໝົດພວກເຮົາສະມາຊິກພັກ, ຄະນະບໍລິຫານງານພັກກະຊວງ ຕ້ອງເປັນເອກະພາບກັນທາງດ້ານທັດສະນະ, ຄວາມຮັບຮູ້ ແລະ ສ້າງການຫັນປ່ຽນໃໝ່ ຕັ້ງໜ້າແກ້ໄຂຂໍ້ຄົງຄ້າງສິ່ງຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນກະຊວງກໍຄືຂະແໜງການຂອງພວກເຮົາໃຫ້ໝົດໄປເທື່ອລະກ້າວ. ທັງໝົດນັ້ນ ແມ່ນເພື່ອແນໃສ່ເຮັດໃຫ້ກະຊວງພວກເຮົາ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ແລະ ເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍ ທີ່ໄດ້ກໍານົດໄວ້ຢ່າງຈົບງາມ, ຕາມຄຳຂວັນທີ່ວ່າ: “ຍົກສູງຄວາມສາມາດການນຳພາຂອງພັກ ໃນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໃຫ້ທັນສະໄໝ, ກ້າວສູ່ເສດຖະກິດດີຈີຕອນ, ສີຂຽວ ແລະ ຍືນຍົງ” ສະຫາຍ ມະໄລທອງ ກົມມະສິດ ກ່າວ.