ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

250

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນ​ຕອນເຊົ້າຂອງວັນ​ທີ 11 ມັງກອນ 2023ໂດຍມີ ສະຫາຍ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄະ​ນະຜູ້ແທນຝ່າຍລາວ ໃຫ້ການຕ້ອນຮັບ.

May be an image of 5 people and people standing
ການເດີນ​ທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 11-12 ມັງກອນ 2023 ນີ້, ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເພື່ອຮັດແໜ້ນ ແລະ ເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

May be an image of 13 people and people standing

ພ້ອມດຽວກັນນີ້ ການເດີນທາງມາຂອງ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ຫວຽດນາມໃນຄັ້ງນີ້ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຕື່ມອີກ.

May be an image of 9 people and people standing